ບັນດາເຂດປູຊະນີຍະສະຖານວັດທະນະທຳ, ປະຫວັດສາດທີ່ມີຊື່ສຽງທີ່ສຸດຂອງ ຮ່າໂນ້ຍ ໄດ້ຖ່າຍເຂົ້າໃນ MV Going Home ຂອງ Kenny G

Chia sẻ
(VOVWORLD) - ນີ້ແມ່ນ MV ຖ່າຍ ຮ່າໂນ້ຍ ສວຍງາມທີ່ສຸດ, ເມື່ອໄດ້ຖ່າຍທຳຢູ່ສະຖານທີ່ວັດທະນະທຳ, ປະຫວັດສາດທີ່ມີຊື່ສຽງເກືອບທັງໝົດຂອງ ຮ່າໂນ້ຍ
ບັນດາເຂດປູຊະນີຍະສະຖານວັດທະນະທຳ, ປະຫວັດສາດທີ່ມີຊື່ສຽງທີ່ສຸດຂອງ ຮ່າໂນ້ຍ ໄດ້ຖ່າຍເຂົ້າໃນ MV Going Home ຂອງ Kenny G - ảnh 1

        ຕອນບ່າຍວັນທີ 19 ເມສາ, ຢູ່ ຮ່າໂນ້ຍ, ໜັງສືພິມປະຊາຊົນ ສົມທົບກັບ IB Group ຫວຽດນາມ ໄດ້ສະເໜີ MV Going Home ເຊິ່ງແມ່ນຜະລິດຕະພັນດົນຕີພິເສດໂຄສະນາການທ່ອງທ່ຽວ ຫວຽດນາມ. ໃນ MV, ນັກສິລະປິນ Kenny G ໄດ້ສະແດງການຮ້ອງບົດເພງ Going Home ຢູ່ບັນດາສະຖານທີ່ມີຊື່ສຽງຂອງນະຄອນຫຼວງ, ຄື: ໜອງ ຮ່ວານກຽມ, ພະລາຊະວັງ ທັງລອງ, ວັນມຽວ - ກວກຕືຢາມ, ຂົວ ລອງບຽນ…

        ນີ້ແມ່ນ MV ຖ່າຍ ຮ່າໂນ້ຍ ສວຍງາມທີ່ສຸດ, ເມື່ອໄດ້ຖ່າຍທຳຢູ່ສະຖານທີ່ວັດທະນະທຳ, ປະຫວັດສາດທີ່ມີຊື່ສຽງເກືອບທັງໝົດຂອງ ຮ່າໂນ້ຍ, ດ້ວຍມູມການຖ່າຍທຳດີເລີດ, ປະກົດໃນການສະແດງບົດດົນຕີທີ່ມີຊື່ສຽງທົ່ວໂລກຂອງນັກສິລະປີນ saxophone ລະດັບໂລກ, ທີ່ໄດ້ເປັນທີ່ຮູ້ຈັກຂອງຜູ້ຊົມນັບລ້ານໆຄົນໃນທົ່ວໂລກນັບແຕ່ປີ 1990 ມາຮອດປະຈຸບັນ. ນີ້ກໍ່ໄດ້ຮັບຖືວ່າແມ່ນ MV ໂຄສະນາການທ່ອງທ່ຽວດີທີ່ສຸດກ່ຽວກັບ ຮ່າໂນ້ຍ, ນຳຄຸນຄ່າ ຫວຽດນາມ ໂຄສະນາໄປເຖິງຜູ້ຊົມໃນໂລກຜ່ານສຽງ saxophone ໃນຕຳນານ.

        MV ໄດ້ຖ່າຍທຳເມື່ອ Kenny G ມີການສະແດງຢູ່ ຮ່າໂນ້ຍ ໃນເດືອນ ພະຈິກ 2023.

ຕອບກັບ