ບັນດາປະເທດສະມາຊິກ NATO ຫຼຸດຜ່ອນ ລາຍຈ່າຍງົບປະມານດ້ານປ້ອງກັນຊາດ

Chia sẻ
(vovworld) – ມີ​ຫຼາຍ​ປະ​ເທດ​ສະມາຊິກ NATO ພວມ​ຫຼຸດຜ່ອນລາຍຈ່າຍ​ງົບ​ປະ​ມານ​ດ້ານ​ປ້ອງ​ກັນຊາດ ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ໝັ້ນສັນຍາ​ຢ່າງ​ແຮງ​ຈາກ​ການ​ນຳ​ພັນ​ທະ​ມິດກ່ຽວກັບ​ການສະກັດ​ກັ້ນ​ທິດ​ທາງ​ດັ່ງກ່າວ.
ບັນດາປະເທດສະມາຊິກ NATO ຫຼຸດຜ່ອນ ລາຍຈ່າຍງົບປະມານດ້ານປ້ອງກັນຊາດ - ảnh 1
(ພາບປະກອບ)

(vovworld) – ​ໃນ​ບົດ​ລາຍການ​ທີ່​ຫາ​ກໍ່​ປະກາດ “​ເຄືອ​ຂ່າຍ​ການ​ນຳ​ເອີ​ລົບ”, ອົງການ​ຄົ້ນຄວ້າ​ຍຸດ​ທະ​ສາດ ​ມີ​ສຳນັກງານ​ຕັ້ງ​ຢູ່​ອັງ​ກິດ ​ໃຫ້​ຮູ້​ວ່າ, ມີ​ຫຼາຍ​ປະ​ເທດ​ສະມາຊິກ NATO ພວມ​ຫຼຸດຜ່ອນລາຍຈ່າຍ​ງົບ​ປະ​ມານ​ດ້ານ​ປ້ອງ​ກັນຊາດ ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ໝັ້ນສັນຍາ​ຢ່າງ​ແຮງ​ຈາກ​ການ​ນຳ​ພັນ​ທະ​ມິດກ່ຽວກັບ​ການສະກັດ​ກັ້ນ​ທິດ​ທາງ​ດັ່ງກ່າວ. ຕາມ​ບົດ​ລານ​ງາຍ​ດັ່ງກ່າວ, ບັນດາ​ປະ​ເທດ​ຄື: ອັງກິດ, ບຸນ​ກາຣີ, ກາ​ນາ​ດາ, ​ເຢຍລະ​ມັນ ​ແລະ ອີ​ຕາ​ລີ ພວມ​ຢູ່ໃນ​ວິວັດທະນາ​ການ​ຫຼຸດຜ່ອນ​ລາຍ​ຈ່າ​ຍດ້ານ​ການ​ທະຫານ​ໃນ​ປີ 2015. ທ່ານ Ian Kearns, ຫົວ​ໜ້າ​ອົງການ​ຄົ້ນຄວ້າ​ດັ່ງກ່າວ​ໃຫ້​ຮູ້​ວ່າ, ບັນດາ​ການ​ນຳ NATO ​ໄດ້​ຖະ​ແຫຼ​ງ​ແຕ່​ດົນ​ນານ​ວ່າ ທິດ​ທາງ​ຫຼຸດຜ່ອນ​ລາຍ​ຈ່າ​ຍດ້ານ​ປ້ອງ​ກັນ​ຄວາມ​ສະຫງົບຢູ່​ບັນດາ​ປະ​ເທດ​ສະມາຊິກ ພຽງ​ແມ່ນ​ການ​ກະທຳ “ປ່ຽນ​ແປງ​ວິທີ” ​ໃນ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ເອີ​ລົບ, ​ແຕ່​ຫຼັກ​ຖານ​ຊີ້​ໃຫ້​ເຫັນ​ວ່າ, ການ​ເຄື່ອນ​ໄຫວ​ດັ່ງກ່າວ​​ເກີດ​ຂຶ້ນ​ເປັນ​ປະຈຳ.