ທ່ານ Mohammed bin Abdulrahman al-Thani ລັດຖະມົນຕີການຕ່າງປະເທດ ກາຕາ (ພາບ: AFP/TTXVN) |
ໃນການປະຕິບັດບັນຊີລາຍຊື່ຄຳຮຽກຮ້ອງຕ່າງໆຂອງບັນດາປະເທດນີ້, ໃນຂະນະທີ່ກຳນົດເວລາສຸດທ້າຍນັ້ນ ໄດ້ສິ້ນສຸດໃນຄ່ຳຄືນຂອງວັນທີ 02 ກໍລະກົດ ຢ່າງເປັນທາງການ ຕາມເວລາທ້ອງຖິ່ມ.
ກ່ອນໜ້ານັ້ນ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ອີຕາລີ ພາຍຫລັງການຢ້ຽມຢາມ ອາເມລິກາ, ທ່ານ Mohammed bin Abdulrahman al-Thani ລັດຖະມົນຕີການຕ່າງປະເທດ ກາຕາ ຖືວ່າ: “ຄຳຂາດ” ຂອງບັນດາປະເທດ ອາຣັບ ແລະ ເຂດອ່າວ ເປີເຊຍ ບໍ່ເລັ່ງໃສ່ຈຸດປະສົງແກ້ໄຂບັນຫາກໍ່ການຮ້າຍ, ຫາກແມ່ນການລ່ວງລະເມີດອະທິປະໄຕ ແລະ ເຮັດໃຫ້ ກາຕາ ອ່ອນເພຍລົງ.