ບັນດານັກລົງທຶນຢູ່ພາຍໃນແລະຕ່າງປະເທດຕີລາຄາສູງຕະຫຼາດຂາຍຍ່ອຍຫວຽດນາມ

Chia sẻ
(vovworld) - VCCI ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ “ນະ​ໂຍ​ບາຍ​ສຳ​ລັບ​ຂະ​ແໜງ​ຂາຍ​ຍ່ອຍ ໃນ​ສະ​ພາບ​ເຊື່ອ​ມ​ໂຍງເຂົ້າ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ແລະ ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - EU (EVFTA)”.
ບັນດານັກລົງທຶນຢູ່ພາຍໃນແລະຕ່າງປະເທດຕີລາຄາສູງຕະຫຼາດຂາຍຍ່ອຍຫວຽດນາມ - ảnh 1
(ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ)

(vovworld) - ວັນ​ທີ 06/07, ຢູ່​ຮ່າ​ໂນ້ຍ, ຫ້ອງກ​ານ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ (VCCI) ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ “ນະ​ໂຍ​ບາຍ​ສຳ​ລັບ​ຂະ​ແໜງ​ຂາຍ​ຍ່ອຍ ໃນ​ສະ​ພາບ​ເຊື່ອ​ມ​ໂຍງເຂົ້າ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ແລະ ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - EU (EVFTA)”. ທ່ານ​ນາງ ດິງ​ທິ້ມີ້​ລ​ວານ, ປະ​ທານ​ ສະ​ມາ​ຄົມ​ຂາຍ​ຍ່ອຍ​ຫວຽດ​ນາມ ໃຫ້​ຮູ້​ວ່າ, ຕະ​ຫຼາດ​ຂາຍ​ຍ່ອຍ​ຫວຽດ​ນາມ ບໍ່​ຟົດ​ຟື້ນ​ຄື​ກ່ອນນີ້ 2 – 3 ປີ, ແຕ່​ຍັງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ຕະ​ຫຼາດທີ່​ດູດ​ດ​ື່ມ​ໃນ​ໂລກ. ເມື່ອ​ປະ​ຕິ​ບັດ​ຄຳ​ໝັ້​ນ​ສັນ​ຍາ​ຕາມ TPP ແລະ EVFTA, ບັນ​ດາ​ອັດ​ຕາພາ​ສີ​ຈະ​​ຖືກ​ຍົກ​ເລີກ​ເທື່ອ​ລະ​ກ້າວ; ໃນ​ນັ້ນ, 65% ​ອັດ​ຕາ​ພາ​ສີ​ນຳ​ເຂົ້າ​ຈະ​ຫຼຸດ​ລົງ 0%, ພາ​ຍ​ຫຼັງ​ສັນ​ຍາ 2 ສະ​ບັບ​ດັ່ງ​ກ່າວ​ມີ​ຜົນ​ບັງ​ຄັບ​ໃຊ້. ສະ​ນັ້ນ, ແຫຼ່ງ​ສະ​ໜອງ​ຈະ​​ມີ​ຫຼາຍ​ຮູບ​​ຫຼາຍແບບ, ອຸ​ດົມ​ສົມ​ບູນ ແລະ ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຂາຍ​ຍ່ອຍ​ສືບ​ຕໍ່​ເພີ່ມ​ຂຶ້ນ, ກໍ​ຄ​ື​ສ້າງ​ເງື່ອນ​ໄຂ​ສະ​ດວກ, ມີ​​ປະ​ໂຫຍດກວ່າ​ສຳ​ລັບຜູ້​ບໍ​ລິ​ໂພກ, ອຸ​ປະ​ໂພກ​.