​ບັນ​ດາການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຂອງ​ສະ​ມາ​ຄົມ​ແມ່​ຍິງ​ຫວຽດ​ນາມ ຢູ່​ມາ​ເລ​ເຊຍ ແລະ ລາວ

VOV Lao
Chia sẻ
(VOVWORLD) -ແມ່ຍິງໃນ 8 ທິມມາຈາກບັນດາສະໂມສອນໄທບ້ານດຽວກັນຢູ່ຮ່າໂນ້ຍ, ແງະອານ, ແທງຮວາ, ກວາງນາງ, ດ່ານັ້ງ, ປາກເຊ…ໄດ້ເຂົົ້າຮ່ວມງານແຂ່ງຂັນຈັດດອກໄມ້ສິລະປະ, ແຂ່ງຂັນແຕ່ງເຍື່ອງອາຫານຕ່າງໆ ທີ່ເປັນເອກະລັກສະເພາະຂອງບັນດາເຂດພາກ.
 
​ບັນ​ດາການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຂອງ​ສະ​ມາ​ຄົມ​ແມ່​ຍິງ​ຫວຽດ​ນາມ ຢູ່​ມາ​ເລ​ເຊຍ ແລະ ລາວ - ảnh 1(ພາບ: VOV Lao)

 ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ (8/3/1910-8/3/2021), ສະມາຄົມແມ່ຍິງຫວຽດນາມ ຢູ່ມາເລເຊຍ ໄດ້ຈັດລາຍການຂາຍປະມູນ ສ້າງກອງທຶນການກຸສົນ “ນ້ຳໃຈຄົນຫວຽດນາມ” ເພື່ອແນໃສ່ຊ່ວຍເຫຼືອບັນດາຊາວຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ. ການຂາຍປະມູນລາຄາໄດ້ຈັດຕັ້ງທາງອອນລາຍໃນວັນທີ 7 ມີນນາ, ຊື່ງຜະລິດຕະພັນເອົາມາຂາຍປະມູນແມ່ນອາຫານພິເສດຂອງຫວຽດນາມ ໂດຍແມ່ຍິງຫວຽດນາມ ອາໄສຢູ່ມາເລເຊຍ ເຮັດ. ໃນຮອບເວລາ 1 ຊົ່ວໂມງ, ຄະນະຈັດຕັ້ງກໍ່ໄດ້ຮັບຈຳນວນເງິນປະມານ 42 ລ້ານດົ່ງ ແລະ ຈຳນວນເງິນທັງໝົດຈະຖືກສົ່ງເຂົ້າໃນກອງທຶນການກຸສົນ “ນ້ຳໃຈຄົນຫວຽດນາມ” ຂອງສະມາຄົມແມ່ຍິງຫວຽດນາມ ຢູ່ມາເລເຊຍ.

ແລະ ກໍ່ໃນວັນທີ 7 ມີນາ,  ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດລາຍການອວຍພອນ ແລະ ງານແຂ່ງຂັນ “ຮ່ວມໃຈເຮັດວຽກບ້ານການເຮືອນ” ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ທີ 8 ມີນາ ແລະ 1981 ປີແຫ່ງວັນລຸກຮຶ້ນຂຶ້ນສອງພະນາງຈຶງ. ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ, ສະມາຄົມໃຫ່ຍຊາວຫວຽດນາມ ອາໄສຢູ່ລາວ, ຜູ້ຕາງໜ້າສະມາຄົມແມ່ຍິງລາວ ນະຄອນຫຼວງວຽງຈັນ ແລະ ແມ່ຍິງຫວຽດນາມ ອາໄສຢູ່ວຽງຈັນ ເປັນຈຳນວນຫຼາຍໄດ້ເຂົ້າຮ່ວມເຫດການດັ່ງກ່າວ.

ແມ່ຍິງໃນ 8 ທິມມາຈາກບັນດາສະໂມສອນຜູ້ມີບ້ານເກີດຢູ່ຮ່າໂນ້ຍ, ແງະອານ, ແທງຮວາ, ກວາງນາງ, ດ່ານັ້ງ, ປາກເຊ…ໄດ້ເຂົົ້າຮ່ວມງານແຂ່ງຂັນຈັດດອກໄມ້ສິລະປະ, ແຂ່ງຂັນແຕ່ງເຍື່ອງອາຫານຕ່າງໆ ທີ່ເປັນເອກະລັກສະເພາະຂອງບັນດາເຂດພາກ. ນອກຈາກນັ້ນແລ້ວ, ເອື້ອຍນ້ອງແມ່ຍິງທີ່ເປັນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ຍັງເຂົ້າຮ່ວມບັນດາການເຄື່ອນໄຫວສະແດງສິລະປະອີກດ້ວຍ.

ຕອບກັບ