ນຳໃຊ້ບັນດາກາລະໂອກາດຈາກສັນຍາ RCEP

Chia sẻ
(VOVWORLD) -ຄາດວ່າ, RCEP ຈະມີຜົນສັກສິດນັບແຕ່ຕົ້ນປີ 2022.
ນຳໃຊ້ບັນດາກາລະໂອກາດຈາກສັນຍາ RCEP - ảnh 1(ພາບປະກອບ: TTXVN)

ເພື່ອຊ່ວຍໃຫ້ບັນດາວິສາຫະກິດຊອກຮູ້ກ່ຽວກັບວິວັດທະນາການ, ຄຳໝັ້ນສັນຍາເປັນແກ່ນສານ ແລະ ບັນດາການຄາດຄະເນຜົນກະທົບຂອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ຕອນເຊົ້າວັນທີ 05 ພະຈິກ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ສົມທົບກັບ ສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງ ຈັດກອງປະຊຸມສຳມະນາ ດ້ວຍຫົວຂໍ້ “RCEP- ບັນດາສິ່ງທີ່ວິສາຫະກິດຕ້ອງການຢາກຮູ້”.

        ຄາດວ່າ, RCEP ຈະມີຜົນສັກສິດນັບແຕ່ຕົ້ນປີ 2022. ທ່ານນາງ ເຈິ່ນທິຮົ່ງມິງ, ຫົວໜ້າສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູງກາງ, ຖືວ່າ:

        “ບັນດາກາລະໂອກາດຈາກການເຊື່ອມໂຍງດ້ານເສດຖະກິດສາກົນເວົ້າລວມ ແລະ ຈາກ RCEP ເວົ້າສະເພາະ ຍາກທີ່ຈະປະກົດຜົນເປັນຈິງໄດ້, ຖ້າຫາກພວກເຮົາບໍ່ມີການກະກຽມ, ຮ່ວມແຮງຮ່ວມໃຈ ແລະ ຄວາມຕັດສິນໃຈປະຕິບັດຂອງວິສາຫະກິດ. ຂ້າພະເຈົ້າຖືວ່າ, ວິສາຫະກິດກຳໄດ້ເນື້ອໃນພື້ນຖານຂອງ RCEP ຢ່າງຈະແຈ້ງ, ບົນພື້ນຖານນັ້ນຈະຄິດໄລ່ເປັນກາລະໂອກາດ, ສິ່ງທ້າທາຍລະອຽດໃຫ້ວິສາຫະກິດຂອງຕົນໄດ້.”

ຕອບກັບ