ນຳໃຊ້ການບໍລິການສາທາລະນະທາງອອນລາຍລະດັບຊາດ ປະກອບສ່ວນປະຢັດຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ

Chia sẻ
(VOVWORLD) -  ຕອນບ່າຍວັນທີ 13 ມີນາ, ທີ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມອອນລາຍທົ່ວປະເທດກ່ຽວກັບການສະຫລຸບ 3 ເດືອນນຳໃຊ້ປະຕູຖານຂໍ້ມູນການບໍລິການສາທາລະນະລະດັບຊາດ ແລະ ປະກາດເພີ່ມເຕີມ 11 ບໍລິການສາທາລະນະອອນລາຍຜ່ານປະຕູຖານຂໍ້ມູນ.
ນຳໃຊ້ການບໍລິການສາທາລະນະທາງອອນລາຍລະດັບຊາດ ປະກອບສ່ວນປະຢັດຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: VGP)

ກອງປະຊຸມກໍ່ໄດ້ເປີດຕົວລະບົບຂໍ້ມູນຂ່າວສານລາຍງານຕໍ່ລັດຖະບານ ເພື່ອຮັບໃຊ້ໃຫ້ແກ່ການຊີ້ນຳນຳພາບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ເລື່ອງນຳໃຊ້ການບໍລິການສາທາລະນະທາງອອນລາຍລະດັບຊາດ ໄດ້ປະກອບສ່ວນການປະຢັດຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີກໍ່ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ກຸ່ມບໍລິສັດເສດຖະກິດບາງແຫ່ງ ທີ່ມີການປະກອບສ່ວນໂດຍກົງເຂົ້າໃນການສະໜອງບໍລິການສາທາລະນະຢູ່ປະຕູຖານຂໍ້ມູນການບໍລິການສາທາລະນະລະດັບຊາດ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງວ່າ ວິວັດການສະໜອງການບໍລິການສາທາລະນະ ຕ້ອງໄດ້ຮັບປະກັນການປິດລັບຂໍ້ມູນສ່ວນຕົວໃຫ້ບຸກຄົນທີ່ນຳໃຊ້ບໍລິການ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງຕ້ອນຮັບ, ແກ້ໄຂໃຫ້ຖືກຕ້ອງຕາມຄວາມຄືບໜ້າ, ມີຄຸນນະພາບ, ປັບປຸງ, ປ່ຽນແປງໃໝ່ບັນດາລະບຽບການເປັນປະຈຳ ເພື່ອຍົກສູງຄຸນນະພາບການຮັບໃຊ້.

ຕອບກັບ