ນຳ​ແຂວງ ຖ໊າຍງວຽນ ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສູນ​ເສດ​ຖະ​ກິດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ຂອງ​ເຂດ​ພູ​ດອຍ​ທາງພາກ​ເໜືອ ຫວຽດ​ນາມ

Chia sẻ
(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ແຂວງ ຖາຍງວຽນ ສຳຫຼວດກວດຄືນ, ດັດປັບ, ອັບເດດ, ເພີ່ມເຕີມບາງມະຕິ, ກຳນົດທິດໃຫຍ່ເພື່ອປະຕິບັດໜ້າທີ່ໄດ້ວາງອອກຢ່າງມີໄຊ.
ນຳ​ແຂວງ ຖ໊າຍງວຽນ ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສູນ​ເສດ​ຖະ​ກິດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ຂອງ​ເຂດ​ພູ​ດອຍ​ທາງພາກ​ເໜືອ ຫວຽດ​ນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນບ່າຍວັນທີ 9 ຕຸລາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເຮັດວຽກກັບການນຳຄະນະປະຈຳພັກແຂວງ ຖາຍງວຽນ. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ແຂວງ ຖາຍງວຽນ ສຳຫຼວດກວດຄືນ, ດັດປັບ, ອັບເດດ, ເພີ່ມເຕີມບາງມະຕິ, ກຳນົດທິດໃຫຍ່ເພື່ອປະຕິບັດໜ້າທີ່ໄດ້ວາງອອກຢ່າງມີໄຊ. ເພື່ອໃຫ້ປີ 2030 ກາຍເປັນສູນເສດຖະກິດອຸດສາຫະກຳພັດທະນາຂອງເຂດພູດອຍ ທາງພາກເໜືອ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຍົກອອກຢ່າງຈະແຈ້ງວ່າ, ຖາຍງວຽນ ຕ້ອງພັດທະນາພື້ນຖານໂຄງລ່າງທາງຄົມມະນາຄົມ, logistic; ດຶງດູດນັກລົງທຶນຢ່າງແຮງກວ່າອີກ; ພິເສດແມ່ນເອົາໃຈໃສ່ຍູ້ແຮງການຜະລິດປຸງແຕ່ງຊາໃຫ້ກາຍເປັນລະບົບຊີວະພາບ, ລົງທຶນເຄື່ອງໝາຍການຄ້າ ແລະ ສົ່ງອອກໄປຕ່າງປະເທດ.

        ໃນຕອນບ່າຍຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຕັດແຖບຜ້າເປີດນຳໃຊ້ເສັ້ນທາງ ວ້ານຊວນ, ນະຄອນ ໂຝອຽນ, ແຂວງ ຖ໊າຍງວຽນ. ຮອດຕອນຄ່ຳວັນທີ 9 ຕຸລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມພິທີປະກາດສ້າງຕັ້ງນະຄອນ ໂຝອຽນ, ແຂວງ ຖາຍງວຽນ.


ຕອບກັບ