ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ຂຶ້ນສູ່ລະດັບສູງໃຫມ່

Chia sẻ
(VOVWORLD) -ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato’ Sri Ismail Sabri bin Yaakob ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 -21 ມີນາ ປີ 2022. 
ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ຂຶ້ນສູ່ລະດັບສູງໃຫມ່ - ảnh 1ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato’ Sri Ismail Sabri bin Yaakob . ພາບ:BERNAMA/TTXVN

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ຂອງທ່ານ Dato’ Sri Ismail Sabri bin Yaakob ໃນຖານະເປັນນາຍົກລັດຖະມົນຕີ ມາເລເຊຍ ນັບແຕ່ເມື່ອທ່ານຮັບດຳລົງຕຳແຫນ່ງເມື່ອເດືອນ ສິງຫາ ປີ 2021. ການຢ້ຽມຢາມ ດຳເນີນໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ພວມພັດທະນາຢ່າງຈົບງາມ. ສອງປະເທດ ພວມມຸ່ງໄປເຖິງການສະເຫລີມສະຫລອງ 50 ປີແຫ່ງວັນສ້າງການພົວພັນທາງການທູດ (30/3/1973 - 30/3/2023). ການຢ້ຽມຢາມ ແນໃສ່ເປົ້າໝາຍ ເພີ່ມທະວີການພົວພັນສອງຝ່າຍກວ່າອີກ, ຍົກສູງກຳລັງແຮງສັງລວມຂອງສອງປະເທດໃນການຮ່ວມມືພາຍຫລັງໂລກລະບາດໂຄວິດ 19. ພ້ອມກັນນັ້ນ ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍຂຸດຄົ້ນແງ່ມູມໃຫມ່ຂອງການຮ່ວມມືສອງຝ່າຍ, ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຊຸກຍູ້ການເຄື່ອນໄຫວດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ.

ຕອບກັບ