ນາຍົກລັດຖະມົນຕີອອກຄຳສັ່ງເດັດຂາດປະຕິບັດການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19

Chia sẻ
(VOVWORLD) -ວັນທີ 27 ມີນາ, ນາຍົກລັດຖະມົນຕີຫວຽດນາມ ໄດ້ອອກຄຳສັ່ງກ່ຽວກັບເລື່ອງເດັດຂາດປະຕິບັດການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19.
ນາຍົກລັດຖະມົນຕີອອກຄຳສັ່ງເດັດຂາດປະຕິບັດການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 - ảnh 1(ພາບປະກອບ)

ຕໍ່ໜ້າບັນດາການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19, ວັນທີ 27 ມີນາ, ນາຍົກລັດຖະມົນຕີຫວຽດນາມ ໄດ້ອອກຄຳສັ່ງກ່ຽວກັບເລື່ອງເດັດຂາດປະຕິບັດການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19. ໃນຄຳສັ່ງ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງວ່າ: ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ ແລະ ປະຊາຊົນທຸກຄົນ ຈົ່ງສືບຕໍ່ຊາບຊຶມຈິດໃຈ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”, ຍອມຮັບຄວາມເສຍຫາຍທາງດ້ານເສດຖະກິດເພື່ອປ້ອງກັນ, ຄວບຄຸມໂລກລະບາດ; ການປົກປ້ອງສຸຂະພາບ, ຊີວິດຂອງປະຊາຊົນແມ່ນເປົ້າໝາຍສູງສຸດ, ເພີ່ມທະວີການປະຕິບັດບັນດາມາດຕະການກວດພົບແຫຼ່ງແຜ່ເຊື້ອ, ຕິດແປດ, ແຍກຕົວຢ່າງທັນການ, ປິດລ້ອມເຂດຢ່າງວ່ອງໄວເພື່ອດັບມອດໂລກລະບາດໃຫ້ເຖິງຖອງ.

        ປະທານຄະນະກຳມະການປະຊາຊົນຂັ້ນແຂວງ ຊີ້ນຳການນຳໃຊ້ບັນດາມາດຕະການສະກັດກັ້ນການເຕົ້າໂຮມກັນຫຼາຍຄົນ ນັບແຕ່ເວລາ 00 ໂມງຂອງວັນທີ 28 ມີນາ ຮອດວັນທີ 15 ເມສາ 2020: ຢຸດຕິບັນດາການເຄື່ອນໄຫວປະຊຸມ, ບັນດາພິທີທາງສາສະໜາ, ການເຄື່ອນໄຫວເຕົ້າໂຮມກັນ ນັບແຕ່ 20 ຄົນຂຶ້ນໄປ… ຈຳກັດການໄປມາຂອງປະຊາຊົນ, ໂດຍສະເພາະແມ່ນຢູ່ບັນດາແຂວງ, ນະຄອນທີ່ເກີດໂລກລະບາດໄປຍັງບັນດາທ້ອງຖິ່ນອື່ນໆ.

        ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ 19 ສືບຕໍ່ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກະກຽມແຫຼ່ງຊັບພະຍາກອນຢ່າງຄົບຖ້ວນ, ຢຸກຢາ, ອຸປະກອນການແພດ ແລະ ບັນດາທິດທາງປ້ອງກັນ, ຄວບຄຸມໂລກລະບາດ.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ປະຊາຊົນຈົ່ງມີຄວາມທຸ່ນທ່ຽງໃຈ, ສືບຕໍ່ເຊື່ອໝັ້ນ, ສະໜັບສະໜູນບັນດາມາດຕະການປ້ອງກັນ, ຄວບຄຸມໂລກລະບາດ.

        ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງວ່າ, ພ້ອມກັບເລື່ອງເດັດຂາດໃນການປ້ອງກັນ, ຄວບຄຸມໂລກລະບາດແລ້ວ, ທຸກຂັ້ນ, ທຸກຂະແໜງການ ຄວນສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂຢ່າງຂ້ຽວຂາດ, ມີປະສິດທິຜົນ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ຮັບປະກັນຊີວິດສັງຄົມ.

ຕອບກັບ