ນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢຸງໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີອົດສຕາລີ

Chia sẻ
​ວັນ​ທີ 1/4/2015, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​​ໂອ້​ລົມ​ທາງ​ໂທລະ​​ສັບ​ກັບ​ທ່ານ​ນາຍົກລັດຖະມົນຕີ ອົດສຕາ​ລີ Tony Abbott.
ນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢຸງໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີອົດສຕາລີ  - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​​ໂອ້​ລົມ​ທາງ​ໂທລະ​​ສັບ​ກັບ​ທ່ານ​ນາຍົກລັດຖະມົນຕີ ອົດສຕາ​ລີ Tony Abbott
(ພາບ: vtc.vn)

(vovworld) – ​ ​ ​ວັນ​ທີ 1/4/2015, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​​ໂອ້​ລົມ​ທາງ​ໂທລະ​​ສັບ​ກັບ​ທ່ານ​ນາຍົກລັດຖະມົນຕີ ອົດສຕາ​ລີ Tony Abbott. ​ໃນ​ການ​ ໂອ້​ລົມ​ທາງ​ໂທລະ​ສັບ​, ນາຍົກລັດຖະມົນຕີທັງ 2 ທ່ານ​​ເຫັນ​ດີ​ມອບ​ໝາຍ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ​ສົມທົບ​ກັນ​ເພື່ອ​ຜັນ​ຂະຫຍາຍ​ໝາກຜົນ​​ແຫ່ງການ​ຢ້ຽມຢາມນີ້; ຕັ້ງໜ້າສ້າງ​ລາຍການ​ດຳ​ເນີນ​ງານ​ໄລ​ຍະ 2015-2017 ,  ຜັນ​ຂະຫຍາຍ​​ຖະ​ແຫຼ​ງການ​ກ່ຽວ​ກັນການເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານຫວຽດນາມ - ອົດສຕາ​ລີ ​ແນ່​ໃສ​ປັບປຸງ ​ແລະ ​ເຊັນ​ເອກະສານ​ນີ້​ໃນ​ເວລາ​ຈະ​ມາ​ເຖິງ. ​​ແລະ ກໍ່​ຢູ່​ທີ່ການໂອ້​ລົມ​ທາງ​ໂທລະ​ສັບ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​​ເຕື້ອງຄືນ​ຂໍ້​ສະ​ເໜີ​ຝ່າຍອົດສຕາ​ລີ​ ສຳ​​ເລັດ​ບັນດາ​ລະບຽບການ​ທີ່​ກ່ຽວ​ຂ້ອງ​ເຖິງ​ເລື່ອງມອບ​ໜັງສື​ອະນຸຍາດໃຫ້​ຜະລິດ​ຕະພັນກະ​ເສດຂອງຫວຽດນາມ ​ໄດ້ນຳ​ເຂົ້າອົດສຕາ​ລີຢ່າງ​ໄວ, ພ້ອມ​ທັງ​ສະ​ເໜີອົດສຕາ​ລີ ມອບ​ໜັງສື​ອະນຸຍາດສ້າງ​ຕັ້ງ​ຫ້ອງການ​ກວດກາ​ສະ​ບຽງ​ອາຫານຢູ່ ຫວຽດນາມ​ ໂດຍ​ໄວ​, ກ່ອນ​ທີ່​ສົ່ງ​ອອກ​​ອົດສຕາ​ລີ, ​ແນ່​ໃສ​ຮັບປະກັນ​ຄຸນ​ນະພາ​ບສະ​ບຽນ​ອາຫານ​ຕາມ​ມາດຕະຖານຂອງ ອົດສຕາ​ລີ, ຫຼຸດຜ່ອນຄວາມ​ສ່ຽງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງຫວຽດນາມ. ທ່ານ​ນາຍົກລັດຖະມົນ​ຕີອົດສຕາ​ລີ Tony Abbott ​ເຫັນ​ດີ​ຕໍ່ບັນດາ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ, ຢືນຢັນ​ຄືນຄວາມ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນດ້ານ​ການ​ຄ້າ, ລົງທຶນ 2 ຝ່າຍ; ​​ແລະ ໃຫ້​ຮູ້​ວ່າ: ຈະ​ມອບ​ໝາຍ​ໃຫ້​ອົງການ​​ກ່ຽວຂ້ອງ​ຂອງ ອົດສຕາ​ລີ ​ແກ້​ໄຂ​​ໂດຍ​ໄວ ເພື່ອ​ຕອບ​ສະໜອງບັນດາ​ຂໍ້​ສະ​ເໜີ​ຈາກ​ຝ່າຍ​ຫວຽດນາມ; ຢືນຢັນ​ຢາກ​ມີ​​ຜະລິດ​ຕະພັນ​ກະ​ເສດ​ຫຼາຍ​ຢ່າງຂອງ ຫວຽດນາມ ຢູ່ ອົດສຕາ​ລີ ​ໃນ​ໄລຍະ​ຈະ​ມາ​ເຖິງ.