ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ຍົກ​ອອກ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ປະ​ເທດ ລັດ​ເຊຍ ໃນ​ພິ​ທີ​​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ

Chia sẻ
(VOVWORLD) -  ຕອນບ່າຍວັນທີ 07 ພຶດສະພາ, ຢູ່ ວັງ Kremlin, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສາບານຕົວເຂົ້າຮັບດຳລົງຕຳແໜ່ງ ສະໄໝທີ 5 ໂດຍຊ່ອງໜ້າການເປັນສັກຂີພິຍານຂອງບັນດາສະມາຊິກໃນສະພາສູງ ແລະ ສະພາຕ່ຳ ລັດເຊຍ ແລະ ຜູ້ພິພາກສາສານລັດຖະທຳມະນຸນ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ຍົກ​ອອກ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ປະ​ເທດ ລັດ​ເຊຍ ໃນ​ພິ​ທີ​​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ - ảnh 1ທ່ານປະທານາທິບໍດີ Vladimir Putin ໃນພິທີສາບານຕົວເຂົ້າດຳລົງຕຳແໜ່ງ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານປະທານາທິບໍດີ Vladimir Putin ຢັ້ງຢືນວ່າ ຊາຕະກຳຂອງປະເທດ ລັດເຊຍ ໂດຍແມ່ນຊາວ ລັດເຊຍ ເປັນຜູ້ຕັດສິນເອງ ແລະ ເພື່ອຜົນປະໂຫຍດຂອງຄົນລຸ້ນນີ້ ແລະ ລຸ້ນຫຼັງ. ທ່ານ Putin ກໍເນັ້ນໜັກເຖິງເລື່ອງອະນຸລັກຮັກສາຊາດ, ບັນດາຄຸນຄ່າທີ່ມີມາແຕ່ດົນນານ ແມ່ນບຸລິມະສິດແຖວໜ້າຂອງ ລັດເຊຍ. ທ່ານປະທານາທິບໍດີ Vladimir Putin ຊີ້ແຈ້ງວ່າ ລະບົບການເມືອງຂອງ ສະຫະພັນ ລັດເຊຍ ຕ້ອງເປັນປົກກະຕິ ແລະ ທ່ວງທ່າການພັດທະນາຂອງປະເທດຊາດຕ້ອງໄດ້ຮັບການຮັກສາໃນຫຼາຍທົດສະວັດຈະມາເຖິງ.

        ໄປຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ ລັດເຊຍ ກໍເນັ້ນໜັກເຖິງຄວາມປອດໄພຂອງປະຊາຊົນ ລັດເຊຍ ແມ່ນເໜືອກວ່າສິ່ງໃດໝົດ ແລະ ລັດເຊຍ ຈະຜ່ານຜ່າໄລຍະສຳຄັນທີ່ມີຄວາມຫຍຸ້ງຍາກນີ້. ຕາມທ່ານແລ້ວ, ລັດເຊຍ ພວມ ແລະ ຈະເປີດປະຕູສຳລັບປະເທດທີ່ຖື ລັດເຊຍ ເປັນຄູ່ຮ່ວມມື, ບໍ່ປະຕິເສດການເຈລະຈາກັບບັນດາປະເທດຝ່າຍຕາເວັນຕົກ.

ພາຍຫຼັງພິທີສາບານຕົວ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ລົງນາມໃນລັດຖະດຳລັດວ່າດ້ວຍບັນດາເປົ້າໝາຍພັດທະນາປະເທດຊາດຮອດປີ 2030, ແງ່ຫວັງຮອດປີ 2036.

ຕອບກັບ