ນາຍົກລັດຖະມົນຕີຫງວຽນເຕີນຢູ້ງສິ້ນສຸດການຢ້ຽມຢາມແລະເຮັດວຽກຢູ່ສ.ເກົາຫຼີຢ່າງຈົບງາມ

Chia sẻ
(vovworld) – ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄ​ອນ ບູ​ຊານ, ສ. ເກົາຫຼີ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສ​ູງ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ - ສ. ເກົາຫຼີ, ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ. ເກ​ົາຫຼີ ແຕ່​ວັນ​ທີ 10 – 12/12.
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງສິ້ນສຸດການຢ້ຽມຢາມແລະເຮັດວຽກຢູ່ສ.ເກົາຫຼີຢ່າງຈົບງາມ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ
ແລະ ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Guen Hye)

(vovworld) – ຕອນ​ບ່າຍ​ວັນ​ທີ 12/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄ​ອນ ບູ​ຊານ, ສ. ເກົາຫຼີ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສ​ູງ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ - ສ. ເກົາຫຼີ, ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ. ເກ​ົາຫຼີ ແຕ່​ວັນ​ທີ 10 – 12/12.
   ກ່ອນ​ໜ້ານັ້ນ, ກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເລີມ​ສະຫຼອງ 25 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ອາ​ຊຽນ-ສ.ເກົາຫຼີ​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ດຽວ​ກັນຢູ່​ນະ​ຄອນ​ບູ​ຊານ​ປະ​ເທດ ສ. ເກົາຫຼີ. ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ວິ​ໄສ​ທັດ​ການ​ພົວ​ພັນ ອາ​ຊຽນ-ສ.ເກົາຫຼີ, ການ​ກຳ​ນົດ​ທິດ ແລະ ສ້າງ​ຂອບ​ເຂດ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ-ສ.ເກົາຫຼີ​ໃນ​ທຸກໆ​ຂົງ​ເຂ​ດ : ການ​ເມືອງ-ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ-ສັງ​ຄົມ​ໃນ​ອະ​ນາ​ຄົດ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ 2 ຝ່າຍ​ກໍ​ຄື​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ. 

        ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ດັ້ງ​ມິງ​ຄອຍ, ຢືນຢ​ັນ​ວ່າ: ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວ​ມ​ຂອງກອງ​ປະ​ຊຸມ. ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ ແລະ ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ການ​ເຄື່ອນ​ໄຫວ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ ອາ​ຊ​ຽນ ແລະ ສ. ເກົາຫຼີ, ກໍ່​ຄື​ເຫັນ​ດີ​ເປັນ​ເອ​ກະ​ສັນ​ບັ​ນດາ​ການ​ກຳ​ນົດ​ທິດ​ສ​ຳ​ຄັນ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ໃນ​ອະ​ນາ​ຄົດ​ໃຫ້ເໝາະ​ສົມ​ກັບ​ທ່າ​ແຮງໃໝ່​ຂອງ ອາ​ຊຽນ ແລະ ສ. ເກົາຫຼີ, ພິ​ເສດ​ໃນ​ສະ​ພາບ​ການ ອາ​ຊຽນ​ຈະ​ກາຍ​ເປັນ​ປະ​ຊາ​ຄົມ​ໃນ​ປີ 2015.

        ເມື່ອ​ຕີ​ລ​າ​ຄາ​ຄວາມ​ໝາຍ​ ແລະ ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ ສ. ເກົາຫຼີ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ພິ​ເສດ​ແມ່ນ​ເລື່ອງ​ເຊັນ FTA ຫວຽດ​ນາມ - ສ. ເກົາຫຼີ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ດັ້ງ​ມິງ​ຄອຍ ເນັ້ນ​ໜັກ​ວ່າ: ເລື່ອງ 2 ປະ​ເທດ​ຖະ​ແຫຼງ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ. ເກົາຫຼີ (VKFTA) ແມ່ນ​ໝາກ​ຜົນ​ພົ້ນ​ເດັ່ນ​ຂອງ​ການ​ຢ້ຽມ​ຢາມ ແລະ ແມ່ນ​ເຫດ​ການ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ການ​ພົວ​ພັນ ຫວຽດ​ນາມ - ສ. ເກົາຫຼີ. ສັນ​ຍາ​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ການ​ຄ້າ 2 ຝ່າຍ, ມຸ່ງ​ໄປ​ເຖິງ​ຈຸດ​ໝາຍບັນລຸ​ວົງ​ເງິ​ນ 70 ຕື້ USD ໃນ​ປີ 2020, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສິນ​ຄ້າ ຫວຽດ​ນາມສາມາດແກ້ງ​ແຍ້ງ​ດີ​ກ່​ວາ​ຢູ່​ຕະຫຼ​າດ ສ. ເກົາຫຼີ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ຜະ​ລິດ​ຕະ​ພັນ​ກ​ະ​ເສດ, ສິນ​ໃນ​ນ້ຳ, ຕ່ຳ​ແຜ່ນ​ຕັດ​ຫຍິບ… ສັນ​ຍາຍັງຈະ​ຊຸກ​ຍູ້​ການ​ລົງ​ທຶນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ສ. ເກົາຫຼີ ເຂົ້າ ຫວຽດ​ນາມ, ສົ່ງ​ເສີມ​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ ແລະ ກຳ​ລັງ​ການ​ຜ​ະ​ລ​ິດ, ຜ່ານນັ້ນ​ສ້າງ​ກຳ​ລັງ​ໜ​ູນ ແລະ ກາ​ລະ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ​ຂຶ້​ນ​ສູ່​ລະ​ດັບ​ສູງ​ໃໝ່.