ນາຍົກລັດຖະມົນຕີຊີ້ນຳເພີ່ມທະວີການປ້ອງກັນ, ຕ້ານເຊື້ອໄວຣັດສາຍພັນໃໝ່ໂກໂຣນາ nCoV

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ເຊັນໂທລະເລກທາງການສະບັບເລກທີ 2 ກ່ຽວກັບການເພີ່ມທະວີການປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂກໂຣນາ,

  ໃນນັ້ນ ຊີ້ແຈ້ງວ່າ: ຈຳກັດການເຕົ້າໂຮມຫລາຍຄົນ; ບັນດາແຂວງທີ່ໄດ້ປະກາດມີການຕິດເຊື້ອພະຍາດຕ້ອງຢຸດຕິການຈັດຕັ້ງບັນດາງານບຸນທັງໝົດ, ນັບທັງງານບຸນທີ່ໄດ້ເປີດແລ້ວ; ອອກຂໍ້ຕົກລົງໃຫ້ນັກຮຽນພັກໂຮງຮຽນ.

ນາຍົກລັດຖະມົນຕີຊີ້ນຳເພີ່ມທະວີການປ້ອງກັນ, ຕ້ານເຊື້ອໄວຣັດສາຍພັນໃໝ່ໂກໂຣນາ nCoV - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: chinhphu.vn)

ຕາມແຫຼ່ງຂ່າວໄດ້ອັບເດັດຮອດຕອນເຊົ້າວັນທີ 03 ກຸມພາ 2020, ເຊື້ອພະຍາດດັ່ງກ່າວໄດ້ເກີດຂຶ້ນຢູ່ 27 ປະເທດ ແລະ ເຂດແຄ້ວນ, ເຮັດໃຫ້ 362 ຄົນເສຍຊີວິດ, ໃນນັ້ນ ມີຜູ້ທຳອິດເສຍຊີວິດຢູ່ນອກປະເທດ ຈີນ ແມ່ນຢູ່ປະເທດ ຟີລິບປີນ, ປັດຈຸບັນມີກ່ວາ 17.200 ຄົນຕິດເຊື້ອພະຍາດດັ່ງກ່າວ. ຢູ່ ຫວຽດນາມ ມີຄົນຕິດເຊື້ອພະຍາດດັ່ງກ່າວ 7 ຄົນ, ໃນນັ້ນມີ 4 ຄົນເປັນຊາວ ຫວຽດນາມ.

ຕອບກັບ