ນາຍົກລັດຖະມົນຕີ ໂປໂລຍ ລາອອກຈາກຕຳແໜ່ງ

Chia sẻ
(VOVWORLD) - ວັນທີ 07 ທັນວາ, ພັກກົດໝາຍ ແລະ ຍຸຕິທຳ (PiS) ຝ່າຍຊ້າຍກຳອຳນາດຂອງ ໂປໂລກ ໃຫ້ຮູ້ວ່າ:
ນາຍົກລັດຖະມົນຕີ ໂປໂລຍ ລາອອກຈາກຕຳແໜ່ງ - ảnh 1ທ່ານນາງນາຍົກລັດຖະມົນຕີ Beata Szydlo (ພາບ:  AP) 

ທ່ານນາງນາຍົກລັດຖະມົນຕີ Beata Szydlo ໄດ້ຍື່ນໃບຂໍລາອອກຈາກຕຳແໜ່ງເຖິງຄະນະກຳມະການການເມືອງຂອງພັກນີ້. PiS ໄດຄັດ້ເລືອກທ່ານລັດຖະມົນຕີກະຊວງການເງິນ Mateusz Morawiecki ເພື່ອປ່ຽນແທນໃຫ້ທ່ານນາງ Beata Szydlo.

        ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ Vacsaca, ໂຄສົກຂອງພັກ PiS ທ່ານນາງ Beata Mazurek ປະກາດວ່າ: “ຄະນະກຳມະການການເມືອງຂອງພັກ PiS ໄດ້ສະເໜີທ່ານ Mateusz Morawiecki ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ”. ທ່ານນາງ Beata Mazurek ໃຫ້ຮູ້ຕື່ມອີກວ່າ: ທ່ານນາງນາຍົກລັດຖະມົນຕີ Beata Szydlo ໄດ້ຍື່ນໃບຂໍລາອອກຈາກຕຳແໜ່ງເຖິງຄະນະກຳມະການດັ່ງກ່າວ.

        ກ່ອນໜ້ານັ້ນ, ສະພາແຫ່ງຊາດ ໂປໂລຍ, ເຊິ່ງປັດຈຸບັນ ໂດຍຝ່າຍພັກຮັກສາເດີມກຳອຳນາດຄວບຄຸມ, ໄດ້ປະຕິເສດຂໍ້ສະເໜີແນະ ກ່ຽວກັບການປ່ອນບັດຂາດຄວາມໄວ້ວາງໃຈ ແນໃສ່ທ່ານນາງນາຍົກລັດຖະມົນຕີ Beata Szydlo.

ຕອບກັບ