ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດສະຫຼອງທ່າອາກາດສະຍານສາກົນ ຟູ໋ກ໋ວກ

Chia sẻ
ທ່າ​ອາກາດ​ສະຍານສາກົນ ຟູ໋ກ໋ວກ​ ແມ່ນ​ໂຄງການສະໜາມບິນ​ສາກົນ​ທຳ​ອິດ​ເຊິ່ງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ຫວຽດນາມ ຕາມ​ຮູບ​ແບບ 100% ​ເງິນ​ລົງທຶນຂອງ​ບໍລິສັດ​ໃຫຍ່​ການບິນ​ຫວຽດນາມ
ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດສະຫຼອງທ່າອາກາດສະຍານສາກົນ ຟູ໋ກ໋ວກ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸ້ງ
ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ທ່າ​ອາກາດ​ສະຍານສາກົນ ຟູ໋ກ໋ວກ
(ພາບ: chinhphu.vn)


(vovworld) -     ວັນ​ທີ 15/12, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸ້ງ ​ໄດ້​ເຂົ້າ​ຮ່ວມ ​ແລະ ຕັດ​​ແຖບ​ຜ້າ​ເປີດ​ທ່າ​ອາກາດ​ສະຍານສາກົນຟູ໋ກ໋ວກ ຢູ່​ເມືອງ ຟູ໋ກ໋ວກ, ​ແຂວງ​ກຽນ​ຢາງ. ທ່າ​ອາກາດ​ສະຍານສາກົນ ຟູ໋ກ໋ວກ​ ແມ່ນ​ໂຄງການສະໜາມບິນ​ສາກົນ​ທຳ​ອິດ​ເຊິ່ງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ຫວຽດນາມ ຕາມ​ຮູບ​ແບບ 100% ​ເງິນ​ລົງທຶນຂອງ​ບໍລິສັດ​ໃຫຍ່​ການບິນ​ຫວຽດນາມ ດ້ວຍ​ຍອດຈຳນວນ​ເງິນລົງທຶນ 3.000 ຕື້​ດົງ, ​ສາມາດຕອບ​ສະ​ໜອງ​ການບໍລິການ​ຮັບ​ໃຊ້​​ຜູ້​ໂດຍສານໄປມາປະມານ 2,7 ລ້ານ​ເທື່ອ​ຄົນ/ປີ. ກ່າວ​ຄຳ​ເຫັນ​ທີ່​ພິທີ​, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ຢືນຢັນ​ວ່າ.

        “ທ່າ​ອາກາດ​ສະຍານສາກົນ ຟູ໋ກ໋ວກ ​ໄດ້​ນຳ​ເຂົ້າ​ໃຊ້ການ​ຢ່າງ​ເປັນ​ທາງ​ການ ຈະ​​ເປັນກຳລັງ​ຊຸກຍູ້ທີ່​ສຳຄັນ​ເພື່ອ​ຊຸກຍູ້​ເສດ​ຖະກິດ​ສັງຄົມ​ຂອງ​ ຟູ໋ກ໋ວກ, ​ແຂວງ ກຽນ​ຢາງ ພັດທະນາ ​ແລະ ​​ຊຸກ​ຍູ້​ວິວັດ​ການ​ສ້າງ​​ເຂດ​​ເສດຖະກິດ​ພິ​ເສດ​ຟູ໋ກ໋ວກ, ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ການພັ​ດທະນາ​ເສດຖະກິດ ສັງຄົມ​ຂອງ​ທົ່ວ​ທັງເຂດ, ສິ່ງດັ່ງກ່າວ​ກໍ່​ແມ່ນຄວາມ​ມຸ້ງ​ຫວັງ​ຂອງ​ການ​ນຳ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃນ​ຫຼາຍ​ປີຜ່ານມາ. ສະໜາມ​ບິນຟູ໋ກ໋ວກ ​ນຳ​ເຂົ້າ​​ໄຊ້ການ ກໍ​ແມ່ນ​ເງື່ອນ​ໄຂ​ເພື່ອ​ເພີ່ມ​ຄວາມ​ສາມາດ​ປ້ອງ​ກັນ​ເຂດ​ນ່ານນ້ຳ​ດິນ​ແດນ, ​​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຂອງ​ປະ​ເທດ​ຊາດ.”

        ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ດຽວ​ກັບ​ຢູ່​ເມືອງ ຟຸ໋ກ໋​ວກ, ທ່ານ​ນາຍົດ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ​ໄດ້​ເຂົ້າ​ຮ່ວມ ​ແລະ ຊີ້​ນຳ​ກອງ​ປະຊຸມ​ສະຫຼຸບ​ການ​ປະຕິບັດຂໍ້​ຕົກລົງ​ຂອງ​ນາ​ຍົກ​ລັດຖະມົນຕີ ກ່ຽວ​ກັບ​ການ​ເຊັນ​ອະນຸມັດ​ແຜນ​ຮ່າງ “ພັດ​ທະ​ນາ​ສັງລວມ​ເກາະ ຟຸ໋ກ໋​ວກ, ​ແຂວງ​ກຽນ​ຢາງ ຮອດ​ປີ 2010 ​ແລະ ວິ​ໄສ​ທັດ​ຮອດ​ປີ 2020”. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້​​ແຂວງ​ກຽນ​ຢາງ, ​ເມືອງ ຟຸ໋ກ໋​ວກ ຕ້ອງ​ຊຸມ​ໃສ່​ຍູ້​ແຮງ​ວຽກ​ງານ​ວາງ​ແຜນຜັງ ​ແລະ ຄຸ້ມ​ຄອງ​ການວາງ​ແຜນກຳນົດ, ສ້າງ ຟຸ໋ກ໋ວກ ​ໃຫ້​ກາຍ​ເປັນ​ເຂດ​ເສດຖະກິດ​ປົກຄອງ​ພິ​ເສດ. ທ່ານ​ນາຍົກລັດຖະມົນຕີ ກໍ​ຮຽຮຮ້ອງ​ໃຫ້ການ​ນຳ​ ​ເມືອງ ຟຸ໋ກ໋ວດ ​ເສີມ​ຂະຫຍາຍ​ທ່າ​ແຮງ, ທ່າ​ໄດ້​ປຽບ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ເມືອງ. ພ້ອມ​ທັງ​ຮັກສາ​ສະຖຽນ​ລພາບ​ດ້ານ​ການ​ເມືອງ, ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ສັງຄົມ, ປັບ​ປຸ່ງ​ການ​ປ້ອງ​ກັນຊາ​ດ ປ້​ອງກັນ​ຄວາມ​ສະຫງົບ.