ນາຍົກລັດຖະມົນຕີ ອິດສະຣາແອນປະກາດ ຈະແກ່ຍາວບັ້ນການ ທະຫານຢູ່ເຂດກາຊາ
(vovworld)- ວັນທີ 24/8, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu ໄດ້ປະກາດຈະແກ່ຍາວບັ້ນການທະຫານຢູ່ເຂດກາຊາ ຈົນເຖິງເວລາທີ່ Tel Aviv ບັນລຸໄດ້ບັນດາຈຸດໝາຍການທະຫານຂອງຕົນ.
![ນາຍົກລັດຖະມົນຕີ ອິດສະຣາແອນປະກາດ ຈະແກ່ຍາວບັ້ນການ ທະຫານຢູ່ເຂດກາຊາ - ảnh 1](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2014_08_25/ga%20da.jpg)
ການບຸກໂຈມຕີຂອງອິດສະຣາແອນເຂົ້າເຂດກາຊາ
(ພາບ: THX-TTXVN)
(vovworld)- ວັນທີ 24/8, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu ໄດ້ປະກາດຈະແກ່ຍາວບັ້ນການທະຫານຢູ່ເຂດກາຊາ ຈົນເຖິງເວລາທີ່ Tel Aviv ບັນລຸໄດ້ບັນດາຈຸດໝາຍການທະຫານຂອງຕົນ. ຄຳປະກາດໄດ້ຍົກອອກມາພາຍຫຼັງສະພາບການທີ່ປະຊາຄົມໂລກພວມມານະພະຍາຍາມຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ການປະທະກັນດ້ານການທະຫານໃນປະຈຸບັນຢູ່ພາກພື້ນນີ້. ໃນແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີກ່ອນການປະຊຸມປະຈຳອາທິດຂອງ ລັດຖະບານ. ທ່ານນາຍົກລັດຖະມົນຕີອິດສະຣາແອນ ໃຫ້ຮູ້ວ່າ, ບັ້ນຮົບການທະຫານຢູ່ກາຊາ ອາດຈະຖືກເຊື່ອມຕໍ່ຄືນໃໝ່ພາຍຫຼັງໄຂສົກຮຽນໃໝ່ໃນວັນທີ 1/9 ທີ່ຈະມາເຖິງ ພ້ອມທັງເວົ້າວ່າ ລັດຖະບານຈະໜູນຊ່ວຍບັນດາພົນລະເມືອງດຳລົງຊີວິດຢູ່ພາກໃຕ້ທີ່ຖືກຜົນເສຍຫາຍດ້ານເສດຖະກິດຫຼາຍ ຍ້ອນບັ້ນການທະຫານນີ້ກໍ່ຂຶ້ນ./.