ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ” - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມອບຂອງຂວັນໃຫ້ນັກຮົບ ດ້ຽນບຽນ (ພາບ: VOV)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຫວນຄືນຊຸມວັນເດືອນປີປະຫວັດສາດຂອງ ໄຊຊະນະ ດ້ຽນບຽນຝູ, ພ້ອມທັງຢັ້ງຢືນໄຊຊະນະ ດ້ຽນບຽນຝູ ແມ່ນໄຊຊະນະແຫ່ງຄວາມເປັນທຳຂອງຊາດ ຫວຽດນາມ, ຂອງຈັນຍາບັນ, ພູມປັນຍາ ແລະ ລັດທິວິລະຊົນປະຕິວັດ ຫວຽດນາມ, ຂອງມະໂທທຳ ແລະ ກຽດສັກສີຂອງມະນຸດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໄຊຊະນະ ດ້ຽນບຽນຝູ ມີຂອບຂະໜາດແຫ່ງຍຸກສະໄໝ, ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຫຼາຍປະເທດອື່ນໃນທົ່ວໂລກ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວວ່າ:

“ພວກເຮົາສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພໍ່ແມ່ປະຊາຊົນ, ນັກຮົບທົ່ວປະເທດ, ບັນດາປະເທດອ້າຍນ້ອງ, ເພື່ອນມິດສາກົນ ທີ່ໄດ້ສາມັກຄີ, ຮ່ວມແຮງຮ່ວມໃຈ, ຮຽງບາຮຽບໄຫຼ່, ແບ່ງທຸກແບ່ງສຸກເພື່ອປະກອບສ່ວນສ້າງໄຊຊະນະປະຫວັດສາດດ້ຽນບຽນຝູ ແລະ ຫວຽດນາມ ກາຍເປັນດວງດາວທີ່ຮຸ່ງແຈ້ງຂອງຂະບວນການປົດປ່ອຍຊາດໃນໂລກ”. 

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືປະຕິສັງຂອນ ເຂດປ້ອມໝັ້ນ, ຂຸມຄອງ ຮິມລາມ ແລະ ພິທີຕັ້ງຊື່ໃຫ້ແກ່ຖະໜົນສາຍຕ່າງໆຂຶ້ນກັບນະຄອນ ດຽນບຽນຝູ, ແຂວງ ດ້ຽນບຽນ

ຫວູຄວຽນ

ຕອບກັບ