ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດເຄື່ອນທີ່

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຳລັງຕຳຫຼວດປະຊາຊົນເວົ້າລວມ, ກຳລັງຕຳຫຼວດເຄື່ອນທີ່ເວົ້າສະເພາະ, ເປັນເຈົ້າການກຳແໜ້ນ, ຄາດຄະເນສະພາບການຢ່າງແໜ້ນແຟ້ນ, ຜັນຂະຫຍາຍຄົບຊຸດບັນດາມາດຕະການປ້ອງກັນ, ຕ້ານອາດຊະຍາກຳ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ...
ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດເຄື່ອນທີ່ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ຕອນເຊົ້າວັນທີ 14 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດເຄື່ອນທີ່ ແລະ ຕ້ອນຮັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ໃນສະພາບການພາຍໃນປະເທດ ແລະ ສາກົນປະຈຸບັນ, ໜ້າທີ່ຂອງກຳລັງຕຳຫຼວດປະຊາຊົນ, ໃນນັ້ນມີກຳລັງຕຳຫຼວດເຄື່ອນທີ່, ນັບມື້ນັບໜັກໜ່ວງ ແລະ ສັບສົນກ່ວາເກົ່າ. ດັ່ງນັ້ນ, ກຳລັງຕຳຫຼວດເຄື່ອນທີ່ຕ້ອງເປັນກຳລັງຍອດຢ້ຽມແທ້ຈິງ, ມີວິຊາສະເພາະເກັ່ງ, ປະກອບອາວຸດທັນສະໄໝ; ປ່ຽນແປງໃໝ່ຈິນຕະນາການ, ການກະທຳຢ່າງບໍ່ຢຸດຢັ້ງ...

ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຳລັງຕຳຫຼວດປະຊາຊົນເວົ້າລວມ, ກຳລັງຕຳຫຼວດເຄື່ອນທີ່ເວົ້າສະເພາະ, ເປັນເຈົ້າການກຳແໜ້ນ, ຄາດຄະເນສະພາບການຢ່າງແໜ້ນແຟ້ນ, ຜັນຂະຫຍາຍຄົບຊຸດບັນດາມາດຕະການປ້ອງກັນ, ຕ້ານອາດຊະຍາກຳ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ແກ້ໄຂບັນດາການເຄື່ອນໄຫວເຕົ້າໂຮມຫຼາຍຄົນເພື່ອມ້າງເພທຳລາຍຄວາມສະຫງົບ, ກໍ່ການຈາລະຈົນ, ກໍ່ການຮ້າຍ; ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ກະທັນຫັນ, ປົກປ້ອງບັນດາເປົ້າໝາຍ, ບັນດາເຫດການການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຂອງປະເທດຊາດ, ບັນດາຄະນະແຂກສາກົນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ; ຕັ້ງໜ້າເຂົ້າຮ່ວມການຊອກຫາກູ້ໄຟກູ້ຊີບ, ປ້ອງກັນ, ຕ້ານ, ແກ້ໄຂວິນາດສະກຳ, ໄພພິບັດທຳມະຊາດ, ໄພນ້ຳຖ້ວມ.

ຕອບກັບ