ນາຍົກລັດຖະມົນຕີ ນິວຢີແລນ ເລີ່ມປະຕິບັດງານຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

Chia sẻ
(VOVWORLD) - ຕາມແຈ້ງການສື່ມວນຊົນແລ້ວ, ການຢ້ຽມຢາມສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ ໄປຍັງ ເພື່ອແນໃສ່ຢັ້ງຢືນຄືນໃໝ່ການພົວພັນທາງການທູດ ລະຫວ່າງສອງປະເທດ. 
ນາຍົກລັດຖະມົນຕີ ນິວຢີແລນ ເລີ່ມປະຕິບັດງານຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ - ảnh 1ທ່ານ Christopher Luxon ນາຍົກລັດຖະມົນຕີປະເທດ ນິວຊີແລນ
(ພາບ:AFP)

ວັນທີ 14 ເມສາ, ກະຊວງການຕ່າງປະເທດ ນິວຊີແລນ ໄດ້ປະກາດວ່າ ນາຍົກລັດຖະມົນຕີປະເທດນີ້ ທ່ານ Christopher Luxon, ຈະຢ້ຽມຢາມສິງກະໂປ ຢ່າງເປັນທາງການແຕ່ວັນທີ 14 – 16 ເມສາ. ສິງກະໂປ ກໍ່ແມ່ນປະເທດທຳອິດໃນການໄປປະຕິບັດງານຢູ່ ອາຊີຕາເວັນອອກສ່ຽງໃຕ້ຂອງທ່ານ Christopher Luxon, ຈາກນັ້ນແມ່ນ ໄທ ແລະ ຟິລິບປິນ.

ຕາມແຈ້ງການສື່ມວນຊົນແລ້ວ, ການຢ້ຽມຢາມສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ ໄປຍັງ ເພື່ອແນໃສ່ຢັ້ງຢືນຄືນໃໝ່ການພົວພັນທາງການທູດ ລະຫວ່າງສອງປະເທດ. ຄາດວ່າ, ໃນການຢ້ຽມຢາມ, ການນຳ ນິວຊີແລນ ຈະພົບປະກັບທ່ານປະທານາທິບໍດີ ສິງກະໂປ Tharman Shanmugaratnan ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ.

ຕອບກັບ