ນະ​ຄອນ ໂຮ່​ຈີ​ມິນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົບ​ປະ​ແລກ​ປ່ຽນດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ ກັບ​ນະ​ຄອນຫຼວງ ວຽງ​ຈັນ ລາວ

Chia sẻ
(VOVWORLD) - ທ່ານ ອະນຸພາບ ຕຸນາລົມ ປາດຖະໜາຢາກ ໄດ້ຮັບການແບ່ງປັນບົດຮຽນປະສົບການ, ການໜູນຊ່ວຍຈາກນະຄອນໂຮ່ຈີມິນ ໃນວິວັດການສ້າງ ແລະ ທົດລອງຜັນຂະຫຍາຍດຳລັດກຳນົດກົນໄກພິເສດສະເພາະສຳລັບ ວຽງຈັນ
ນະ​ຄອນ ໂຮ່​ຈີ​ມິນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົບ​ປະ​ແລກ​ປ່ຽນດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ ກັບ​ນະ​ຄອນຫຼວງ ວຽງ​ຈັນ ລາວ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: sggp.org.vn)

ຕອນບ່າຍວັນທີ 11 ທັນວາ, ຄະນະການນຳນະຄອນໂຮ່ຈີມິນ ໂດຍທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ, ນຳໜ້າ ໄດ້ມີການໂອ້ລົມສົນທະນາ ກັບຄະນະຜູ້ແທນຂັ້ນສູງນະຄອນຫຼວງ ວຽງຈັນ (ລາວ), ໂດຍທ່ານ ອະນຸພາບ ຕຸນາລົມ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງ ວຽງຈັນ ນຳໜ້າ. ນະທີ່ນີ້, ທ່ານ ຫງວຽນວັນເນັນ ໄດ້ຢັ້ງຢືນວ່າ ການນຳນະຄອນ ໂຮ່ຈີມິນ ຍາມໃດກໍ່ເອົາໃຈໃສ່ເຖິງການຊີ້ນຳບັນດາອົງການ ຢ່າງຕັ້ງໜ້າໃນການເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືພົບປະແລກປ່ຽນດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງທ້ອງຖິ່ນ ຊອກຫາໂອກາດພັດທະນາ, ສົ່ງເສີມການຄ້າ, ນຳຜະລິດຕະພັນຂອງສອງຝ່າຍ ເຂົ້າເຖິງ ກັນແລະກັນ ແລະ ນຳຜົນປະໂຫຍດມາໃຫ້ປະຊາຊົນສອງນະຄອນ.

ສ່ວນທ່ານ ອະນຸພາບ ຕຸນາລົມ ປາດຖະໜາຢາກ ໄດ້ຮັບການແບ່ງປັນບົດຮຽນປະສົບການ, ການໜູນຊ່ວຍຈາກນະຄອນໂຮ່ຈີມິນ ໃນວິວັດການສ້າງ ແລະ ທົດລອງຜັນຂະຫຍາຍດຳລັດກຳນົດກົນໄກພິເສດສະເພາະສຳລັບ ວຽງຈັນ, ສົມທົບກັນຄົ້ນຄ້ວາ ຊຸກຍູ້ຄວາມຄືບໜ້າໃນການສ້າງສູນການຄ້າການທ່ອງທ່ຽວລະຫວ່າງສອງນະຄອນເພື່ອຊຸກຍູ້ການພົບປະແລກປ່ຽນການຄ້າ, ສິນຄ້າ.

ຕອບກັບ