ນັບແຕ່ເວລາ 13 ໂມງຂອງວັນທີ 01 ກຸມພາ, ຢຸດຕິທຸກຖ້ຽວບິນລະຫວ່າງຫວຽດນາມ-ຈີນ

Chia sẻ
(VOVWORLD) -ກົມການບິນຫວຽດນາມ ຕົກລົງຍົກເລີກໃບອະນຸຍາດບັນດາຖ້ຽວບິນຂອງບໍລິສັດການບິນທີ່ຂຸດຄົ້ນສາຍການບິນລະຫວ່າງຫວຽດນາມ - ຈີນ ນັບແຕ່ເວລາ 13 ໂມງຂອງວັນທີ 01 ກຸມພາ.
ນັບແຕ່ເວລາ 13 ໂມງຂອງວັນທີ 01 ກຸມພາ, ຢຸດຕິທຸກຖ້ຽວບິນລະຫວ່າງຫວຽດນາມ-ຈີນ - ảnh 1(ພາບປະກອບ: VNA)

ຕາມນັ້ນແລ້ວ, ໂດຍປະຕິບັດຄຳສັ່ງລົງວັນທີ 31 ມັງກອນ ຂອງທ່ານນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (nCoV), ກົມການບິນຫວຽດນາມ ປະກາດຍົກເລີກໃບອະນຸຍາດທີ່ໄດ້ມອບໃຫ້ບັນດາບໍລິສັດການບິນຂຸດຄົ້ນຖ້ຽວບິນລະຫວ່າງຫວຽດນາມ ແລະ ຈີນ ໂດຍຊົ່ວຄາວ ນັບແຕ່ເວລາ 13 ໂມງ 00 ຕາມເວລາຫວຽດນາມ (6 ໂມງ 00 ນາທີ GMT) ໃນວັນທີ 01 ກຸມພາ ເມື່ອມີແຈ້ງການໃໝ່. ກຸ່ມບໍລິສັດໃຫຍ່ຄຸ້ມຄອງສາຍການບິນຫວຽດນາມ ກໍ່ໄດ້ຮຽກຮ້ອງປະຕິເສດຮັບແຜນການບິນຂອງບັນດາຖ້ຽວບິນລະຫວ່າງຫວຽດນາມ ແລະ ຈີນ ຕາມແຜນການດັ່ງກ່າວ.       

ຕອບກັບ