ນັກເຈລະຈາປາແລດສະຕີນ ຈະພົບປະກັບລັດຖະມົນຕີການຕ່າງ ປະເທດອາເມລິກາ ໃນອາທິດໜ້າ

Chia sẻ

ນັກ​ເຈລະຈາ​ປາ​ແລດ​ສະຕີ​ນ ຈະ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃນ​ອາທິດ​ໜ້າ

ນັກເຈລະຈາປາແລດສະຕີນ ຈະພົບປະກັບລັດຖະມົນຕີການຕ່າງ ປະເທດອາເມລິກາ ໃນອາທິດໜ້າ - ảnh 1

ທ່ານ​ນາງ Hillary Clinton ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ

(ພາບ:vtv.vn)

( vovworld ) – ​ວັນ​ທີ 15/6, ​ທ່ານນາງ Victoria Nuland ​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ທ່ານ Saeb Erakat ຫົວໜ້າຄະນະເຈລະຈາຂອງປາແລດສະຕີນ ຈະ​ພົບ​ປະ​ກັບ​ທ່ານ​ນາງ Hillary Clinton ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​​ໃນ​ອາທິດ​ໜ້າ, ​ໃນຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ບັນດາ​ການ​ເຈ​ລາ​ຈາ​ສັນຕິພາບ​ທີ່​ພວມ​ຖືກ​ຢຸດ​ສະ​ງັກ. ທ່ານນາງ Victoria Nuland ​ໃຫ້​ຮູ້​ວ່າ: ກ່ອນ​ໜ້ານັ້ນ, ​ທ່ານ​ນາງ ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ​ໄດ້​ມີ​ການ​ພົບ​ປະ​ກັບ​ນັກ​ເຈລະຈາ​ອິດສະຣາ​ແອນ, ທ່ານ Yizhak Molho, ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netayahu ​ແລະ ປະທານາທິບໍດີ​ປາ​ແລດ​ສະຕີ​ນ Mahmoud Abbad ​ແລະ ທ່ານ​ນາງ Victoria Nuland  ​ເນັ້ນໜັກ​ວ່າ, ບັນດາ​ການ​ພົບ​ປະ​ນີ້​ໃຫ້​ເຫັນ​ວ່າ: ອາ​ເມ​ລິ​ກາ​ ພວມ​ມານະ​ພະຍາຍາມ​ປັບປຸງ​ການ​ພົວພັນ​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ, ຊຸກຍູ້​ຝ່າຍ​ຕ່າງໆ​ກ້າວ​ເຂົ້າສູ່​ໂຕະ​ເຈລະຈາ.

   ​ໃນ​ຂະນະ​ທີ່​ການ​ເຈລະຈາ​ສັນຕິພາບ​ໂດຍ​ກົງ​ຄັ້ງຕ່າງໆລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ຍັງ​ຖືກ​ຢຸດຕິ​ນັ້ນ, ​ເຈົ້າໜ້າ​ທີ່​ອັນ​ດັບ 1 ຂອງ​ທັງ 2 ຝ່າຍ​ຍັງ​ສືບຕໍ່​ຈັດ​ບັນດາ​ການ​​ເຈລະ​ຈາ​ບໍ່​ເປັນ​ທາງ​ການ ກ່ຽວ​ກັບ​ບັນດາ​ບັນຫາ​ເພື່ອ​ແນ່​ໃສ່​ເຊື່ອມ​ຕໍ່​ບັນດາການ​ເຈລະຈາ​ສັນຕິພາບ.