ນັກ​ຊ່ຽວ​ຊານ​ເສດ​ຖະ​ກິດ: ວິ​ສ​າ​ຫະ​ກິດ FDI ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ

Chia sẻ
(VOVWORLD) -     ການແຜ່ລະບາດຮອບທີ 4 ຂອງ ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ພື້ນຖານເສດຖະກິດ ຫວຽດນາມ. ເຖິງຢ່າງໃດກໍຕາມ, ໃນສະພາບການນັ້ນ, ນັກຊ່ຽວຊານຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ ບັນດາວິສາຫະກິດ FDI ຕ່າງກໍເຊື່ອໝັ້ນວ່າ ຫວຽດນາມ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນປັດຈຸບັນໄດ້.
ນັກ​ຊ່ຽວ​ຊານ​ເສດ​ຖະ​ກິດ: ວິ​ສ​າ​ຫະ​ກິດ FDI ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ - ảnh 1ທ່ານນາງ Dorsati Mandani, ນັກຊ່ຽວຊານເສດຖະກິດຂັ້ນສູງ ທະນາຄານໂລກ ປະຈຳ ຫວຽດນາມ (ພາບ: VGP)

ທ່ານນາງ Dorsati Mandani, ນັກຊ່ຽວຊານເສດຖະກິດຂັ້ນສູງ ທະນາຄານໂລກ (WB) ຢູ່ ຫວຽດນາມ ຖືວ່າ ນັກລົງທຶນ FDI ຍັງມີຄວາມເຊື່ອໝັ້ນຕໍ່ແງ່ຫວັງຂອງພື້ນຖານເສດຖະກິດ ຫວຽດນາມ ດ້ວຍຫຼາຍເຫດຜົນ.

        ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍເສດຖະກິດໃນໄຕມາດທີ III/2021, WB ກໍຄຳນຶງໄດ້ເຖິງຄຳໝັ້ນສັນຍາຂອງບັນດາວິສາຫະກິດ FDI ເຂົ້າມາລົງທຶນຢູ່ ຫວຽດນາມ ແມ່ນຍັງເພີ່ມຂຶ້ນ. ຕາມນັກຊ່ຽວຊານ WB ແລ້ວ, ນີ້ແມ່ນສັນຍານທີ່ຊີ້ໃຫ້ເຫັນວ່າ ບັນດານັກລົງທຶນສາກົນ ຍັງມີຄວາມເຊື່ອໝັ້ນຕໍ່ການພັດທະນາການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ.  ໄປຄຽງຄູ່ກັນນັ້ນ, ນັກຊ່ຽວຊານຂັ້ນສູງຂອງ WB ກໍຕີລາຄາສູງຕໍ່ເລື່ອງ ລັດຖະບານ ຫວຽດນາມ ພວມຕັ້ງໜ້າສະກັດກັ້ນໂລກລະບາດ ໃນຂະນະທີ່ຍັງສືບຕໍ່ມານະພະຍາຍາມຮັບປະກັນບັນດາການເຄື່ອນໄຫວເສດຖະກິດ, ພິເສດແມ່ນໃນການຫັນປ່ຽນຍຸດທະສາດອັນສຳຄັນ “ຮັບມືຢ່າງປອດໄພ, ມີໄຫວພິບ ກັບໂລກລະບາດໂຄວິດ - 19”.

        ທ່ານ ຫງວຽນມິງເກືອງ, ຫົວໜ້າກຸ່ມນັກຊ່ຽວຊານເສດຖະກິດ ທະນາຄານພັດທະນາ ອາຊີ (ADB) ໃຫ້ຮູ້ວ່າ ມີຫຼາຍວິສາຫະກິດ FDI ໃຫ້ຂໍ້ສັງເກດວ່າ ລັດຖະບານ ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງໃນການປະຕິຮູບສະພາບແວດລ້ອມດຳເນີນທຸລະກິດ, ໃນນັ້ນ, ໃນໄລຍະຍາວ, ຫວຽດນາມ ຍັງຄົງແມ່ນຈຸດນັດພົບທີ່ດູດດື່ມສຳລັບນັກລົງທຶນຕ່າງປະເທດ.

 

 


ຕອບກັບ