ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເຮົ້າຢາງ

Chia sẻ
(vovworld) – ທິດ​ທາງ​ພັດທະນາ​ຂອງ ​ເຮົ້າ​ຢາງ ​ຕ້ອງ​ສຸມ​ໃສ່​ໃຫ້​ກະສິກຳ​, ສະ​ນັ້ນ​ແຂວງ​ຕ້ອງ​ຄິດ​ໄລ່​ເພື່ອ​ເພີ່ມ​ມູນ​ຄ່າ​​ກະສິກຳຂຶ້ນ​, ປະກອບສ່ວນ​ສ້າງ​ໂຄງ​ປະກອບຄືນ​ໃໝ່ ​ແລະ ຫັນ​ກະສິກຳ​ເປັນ​ທັນ​ສະ​ໄໝ.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເຮົ້າຢາງ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ເຮົ້າ​ຢາງ
(ພາບ: cand.com.vn)


(vovworld) –  ​ໂດຍ​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ວັນ​ທີ 15/08, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ເຮັດ​ວຽກ​ຢູ່​ແຂວງ​ ​ເຮົ້າ​ຢາງ ​ເພື່ອ​ກວດກາ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ວຽກ​ງານ​ກໍ່ສ້າງ​ພັກ, ສ້າງ​ລະບົບ​ການ​ເມືອງ​ໃນ​ບໍລິ​ເວັນ​ແຂວງ ຕາມ​​ເນື້ອ​ໃນຈິດ​ໃຈມະຕິ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 11 ຂອງ​ພັກ ​ແລະ ບັນດາ​ມະຕິ, ຂໍ້​ສະຫຼຸບ​ຂອງ​ສູນ​ກາງ. ​ທີ່​ການ​ເຮັດ​ວຽກກັບ​ຄະນະ​ປະ​ຈຳ​ພັກ​ແຂວງ ​ແລະ ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ສະ​ເໜີ​​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ເຮົ້າ​ຢາງ ຕ້ອງ​ປະຕິບັດ 2 ວຽກ​ງານ​ພ້ອງ​ກັນນັ້ນ​ແມ່ນ: ສືບ​ຕໍ່​ສຸ​ມໃສ່​ຊີ້​ນຳຄວາມ​ມານະ​ພະຍາຍາມ​ປະຕິ​ບັດ ​ແລະ ສຳ​ເລັດ​ບັນດາ​ຄາດໝາຍ​ເຊິ່ງມະຕິ​ກອງ​ປະຊຸມ​ໃຫຍ່​ພັກ​ແຂວງ​ໄດ້​ວາງ​ອອກ; ພ້ອມ​ທັງ​ກະກຽ​ມ​ເອກະສານ​ກອງ​ປະຊຸມ​ໃຫຍ່​ອົງກຄະນະ​ພັກ​ທຸກ​ຂັ້ນ. ​​ເມື່ອແລກປ່ຽນກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຖື​ວ່າ ທິດ​ທາງ​ພັດທະນາ​ຂອງ ​ເຮົ້າ​ຢາງ ​ຕ້ອງ​ສຸມ​ໃສ່​ໃຫ້​ກະສິກຳ​, ສະ​ນັ້ນ​ແຂວງ​ຕ້ອງ​ຄິດ​ໄລ່​ເພື່ອ​ເພີ່ມ​ມູນ​ຄ່າ​​ກະສິກຳຂຶ້ນ​, ປະກອບສ່ວນ​ສ້າງ​ໂຄງ​ປະກອບຄືນ​ໃໝ່ ​ແລະ ຫັນ​ກະສິກຳ​ເປັນ​ທັນ​ສະ​ໄໝ.

        “​ແຂວງ​ເຮົ້າ​ຢາງ ຄວນ​ສຸມ​ໃສ່​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່, ມີ​ຄຸນ​ນະພາ​ບສູງ, ມີລະດັບ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ມີ​ທ່າ​ແກ່ງ​ແຍ່ງ ຫຼື ​ເວົ້າ​ແນວ​ອື່ນ​ແມ່ນ ​ເພີ່ມ​ມູນ​ຄ່າ​ການ​ຜະລິດ​ກະສິກຳ. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ ຕ້ອງ​ນຳອຸດສາຫະກຳ​​ເຂົ້າ, ພິ​ເສດ​ແມ່ນ​ອຸດສາຫະກຳ​ປຸງ​​ແຕ່ງ, ​ເພີ່ມ​ທົ່ງ​ນາ​ຂະໜາດ​ໃຫຍ່, ທົ່ງ​ນາ​ມີ​ຜະລິດ​ຕະພັນ​ສູງ, ​ເພີ່ມ​ແນວ​ພັນ, ​ເຕັກ​ນິກວິທະຍາສາດ, ນຳ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ການ​ປຸງ​ແຕ່ງ​ເຂົ້າ​ໃນການ​ຜະລິດ​ກະສິກຳ​ຈຶ່ງ​ມີ​ມູນ​ຄ່າ​ສູງ, ມີ​ຄຸນ​ນະພາ​ບສູງ. ອຸດສາຫະກຳ​ພັດທະນາ​ແລ້ວ ​ຕ້ອງ​ຕິດພັນ​ກັບ​ຈຸດ​ພິ​ເສດສະ​ເພາະ​​ໃນ​ການຜະລິດ​ກະສິກ​ຳຂອງ​ແຂວງ.”

   ຄຽງ​ຂ້າງ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່ ກໍ່​ຊີ້​ແຈ້ງວ່າ​ແຂວງ​ເຮົ້າ​ຢາງ ຄວນ​ຕໍ່​ຊອກ​ຫາ​ວິທີ​ແກ້​ໄຂ​, ​ດຶງ​ດູດ​ບັນດາແຫຼ່ງກຳລັງ​​, ນັບ​ທັງ​ຊັບພະຍາກອນ​ມະນຸດວັດຖຸ​ສິງຂອ​ງ, ພື້ນຖານ​ໂຄງ​ລ່າງ; ​ການ​ເງິນ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ດຳ​ເນີນ​ທຸ​ລະ​ກິດ, ດຶງ​ດູດບັນດາວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ເຂດຊົນນະບົດ…