ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ: ຍາມໃດຫວຽດນາມ ກໍ່ຍີນດີຕ້ອນຮັບບັນດານັກລົງທຶນອີນເດຍ

Chia sẻ
(vovworld) - ຄວາມ​ສາມາດ​ບົມຊ້ອນ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າລະຫວ່າງ​ຫວຽດນາມ - ອີນ​ເດຍ ຍັງ​ໃຫຍ່​ຫຼວງ​ຢູ່, ຕ້ອງ​ໄດ້​ຮັບ​ການ​ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ: ຍາມໃດຫວຽດນາມ ກໍ່ຍີນດີຕ້ອນຮັບບັນດານັກລົງທຶນອີນເດຍ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​​ເຂົ້າ​ຮ່ວມ​ເວທີ​ປາ​​ໄສ​ວິ​ສາ​ຫະກິດ​ອີນ​ເດຍ)

(vovworld) - ​ໂດ​ຍສືບ​ຕໍ່​ການ​ຢ້ຽມຢາມ​ທາງລັດຖະກິດ​ສ.ອີນ​ເດຍ, ຕອນ​ເຊົ້າ​ວັນ​ທີ 22/11, ຢູ່​ນະຄອນ Mumbai, ລັດ Maharashtra, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູ​ນກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ປາ​ໄສ​ທີ່​ເວທີ​ປາ​​ໄສ​ວິ​ສາ​ຫະກິດ​ອີນ​ເດຍ.

        ຕໍ່ໜ້າ​ຜູ້ຕາງໜ້າ​ສະຫະພັນ​ບັນດາ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​, ພ້ອມ​ກັບ​ບັນດາ​ບໍລິສັດ​ໃຫຍ່, ກຸ່ມ​ບໍລິສັດ​ໃຫຍ່​ຂອງ​ອີນ​ເດຍ, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ​ເນັ້ນ​ໜັກ​ວ່າ, ຄວາມ​ສາມາດ​ບົມຊ້ອນ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າລະຫວ່າງ​ຫວຽດນາມ - ອີນ​ເດຍ ຍັງ​ໃຫຍ່​ຫຼວງ​ຢູ່, ຕ້ອງ​ໄດ້​ຮັບ​ການ​ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ. ທ່ານ​ເລຂາທິການ​ໃຫຍ່​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ສາມາດ​ບົມຊ້ອນ​ຂອງ​ແຕ່ລະ​ປະ​ເທດ ​ແລະ ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ກາ​ນນຳ ​ແລະ ປະຊາຊົນ 2 ປະ​ເທດ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຈະ​ໄດ້​ຮັບ​ການ​ພັດທະນາໃນ​ອະນາ​ຄົດຢ່າງ​ບໍ່​ຢຸດ​ຢັ້ງ​, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ແມ່ນ​ຈຸດ​ສຸມ. ທ່ານ​ເລຂາທິການ​ໃຫຍ່​ຢືນຢັນ​ວ່າ ຍາ​ມ​ໃດ​ຫວຽດນາມ ກໍ່​ຍີ​ນດີ​ຕ້ອນຮັບ​ບັນດາ​ນັກ​ລົງທຶນ​ອີນ​ເດຍ ​ເຂົ້າມາ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ຍາວ​ນານ ​ແລະ ມີ​ປະສິດທິ​ຜົນ​ຢູ່​ຫວຽດນາມ. ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ອີນ​ເດຍ ​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ອາ​ຊຽນ.

        ຜູ້ຕາງໜ້າ​ສະຫະພັນບັນດາ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ, ບັນດາ​ວິ​ສາ​ຫະກິດ​ອີນ​ເດຍ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວ​ມມື​ກັບ​ຫວຽ​ດນາມ​ໃນ​ທຸກ​ຂົງ​ເຂດ ​ແລະ ສະ​ເໜີ​ໃຫ້​ຫວຽດນາມ ພິຈາລະນາ​ເປີດ​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ 2 ປະ​ເທດ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ນັກ​ລົງທຶນ​ອີນ​ເດຍ ​ເຂົ້າມາ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ຍິ່ງ​ກວ່າອີກ.