ທ່ານ​ເລຂາທິການ​ໃຫ່ຍ ສປຊ ​ເນັ້ນໜັກ​ຄວາມ​ສຳຄັນ​ຂອງ UNCLOS

Chia sẻ

ທ່ານ​ເລຂາທິການ​ໃຫ່ຍ ສປຊ ​ເນັ້ນໜັກ​ຄວາມ​ສຳຄັນ​ຂອງ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ UNCLOS

ທ່ານ​ເລຂາທິການ​ໃຫ່ຍ ສປຊ ​ເນັ້ນໜັກ​ຄວາມ​ສຳຄັນ​ຂອງ UNCLOS - ảnh 1

UNCLOS ຖືກ​ຖື​ວ່າ​ແມ່ນ​ສົນທິສັນຍາ​ສຳຄັນ​ກ່ວາ​ໝູ່​ກ່ຽວ​ກັບ​ກົດ​ໝາຍທະ​ເລ​ສາກົນ

(ພາບປະກອບ:tuoitre.vn)​

( vovworld ) – ​ວັນ​ທີ 12/8, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງຕັ້ງສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ (UNCLOS) ຈັດ​ຂຶ້ນ​ຢູ່​ນະຄອນທ່າກຳ​ປັ່ນ Yeosu ປະ​ເທດສ​ເກົາຫຼີ, ທ່ານ Ban Ki Moon ເລຂາທິການ​ໃຫ່ຍ ສປຊ ຊີ້​ແຈ້ງວ່າ UNCLOS ​ແມ່ນ “ໜື່ງ​ໃນ​ບັນດາ​ເຄື່ອງມື​ດ້ານ​ກົດໝາຍ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ໂລກ“ ​ແລະ ​​ແມ່ນ​ເຄື່ອງມື​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຊື່​ງທຸກໆ​ປະ​ເທດ​ຕ້ອງ​​ໃຫ້​ສັດຕະຍາບັນ. ທ່ານເລຂາທິການ​ໃຫ່ຍ ສປຊ Ban Ki Moon ​ເນັ້ນໜັກ​ວ່າ UNCLOS “​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ສາກົນ ກໍ​ຄື​ການ​ນຳ​ໃຊ້​ບັນດາ​ແຫຼ່ງຊັບພະຍາກອນ​ຂອງ​ມະຫາ​ສະໝຸດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ມີ​ຄວາມ​ຍຸດຕິ​ທຳ, ປົກ​ປັກ​ຮັກສາ​ທະ​ເລ“. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານເລຂາທິການ​ໃຫ່ຍ ສປຊ Ban Ki Moon ​ໄດ້​ປະກາດ​ຂໍ້​ລິ​ເລິ່ມ “ຂໍ້​ຕົກລົງ​ມະຫາ​ສະໝຸດ“ ​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ​ມະຫາ​ສະໝຸດ​ອອກ​ຈາກ​ໄພ​ມົນ​ລະ​ພິດ ​ແລະ ສະພາບ​ຫາ​ປາ​ຫຼາຍ​ເກີນ​ໄປ​ກໍ່​ຄື​ສະກັດ​ກັ້ນປະກົດ​ການ​ລະດັບ​ນ້ຳທະ​ເລ​ຂຶ້ນ​ສູງ ຊື່​ງ​ໄດ້​ນາບ​ຂູ່​ປະຊາຊົນ​ໂລກ​ນັບ​ແສນ​​ຄົນ. UNCLOS ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃນ​ປີ 1982 ​ແລະ ອາ​ເມ​ລິ​ກາ ​ແມ່ນ​ປະ​ເທດ​ມະຫາກຳນາດໜື່ງດຽວ​ບໍ່​ທັນ​ເຊັນ​ສົນທິສັນຍາ​ດັ່ງກ່າວ​ເທື່ອ.