ທ່ານເລຂາທິການໃຫ່ຍ ສປຊ ເຈລາຈະ ກັບທູດພິເສດສາກົນ Brahimi ກ່ຽວກັບສະພາບການຢູ່ຊີຣີ

Chia sẻ

ທ່ານ​ເລຂາທິການ​ໃຫ່ຍ ສປຊ ​ເຈ​ລາ​ຈະ​ກັບ​ທູດ​ພິ​ເສດ​ສາກົນ Brahimi ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ

ທ່ານເລຂາທິການໃຫ່ຍ ສປຊ ເຈລາຈະ ກັບທູດພິເສດສາກົນ Brahimi ກ່ຽວກັບສະພາບການຢູ່ຊີຣີ - ảnh 1

(ພາບ:ktdt.com.vn)

(vovworld)- ວັນ​ທີ 22/9, ຢູ່​ນະຄອນຫຼວງ Damacus ປະ​ເທດ​ຊີຣີ, ທ່ານ Ban Ki Moon ເລຂາທິການ​ໃຫ່ຍ ສປຊ  ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ Lakhdar Brahimi ທູດ​ພິ​ເສດ​ລວມຂອງ ສປຊ ​ແລະ ສະຫະພັນ​ອາຣັບ ຮັບຜິດຊອບ​ກ່ຽວ​ກັບ​ຊີຣີ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ​ໃນ​ຖະ​ແຫຼ​ງການ​ຫຼັງ​ການ​ເຈລະຈາ, ສປຊ ​ໃຫ້​ຮູ້​ວ່າ: ທ່ານ Ban Ki Moon ​ແລະ ທ່ານ Lakhdar Brahimi ​ໄດ້​ປຶກສາ​ຫາລື​ວິ​ທີ​ການ​ແກ້​ໄຂ​ສິ່ງ​ທີ່​​ເຂົາ​ເຈົ້າເອີ້ນ​ວ່າ “ລະດັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ນັບ​ມື້​ນັບ​ຮ້າຍ​ແຮງ​ຢູ່​ຊີຣີ“ ພ້ອມ​ທັງ​ພິຈາລະນາ ຊຸກ​ຍູ້​ມາດ​ຕະການ​ການ​ເມືອງ​ອັນ​ເລິກ​ເຊິ່ງ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ບັນດາ​ຄວາມ​ຕ້ອງການ​ອັນ​ຊອບ​ທຳ​ຂອງ​ຊາວ​ຊີຣີ. ຖະ​ແຫຼງການ​ຊີ້​ແຈ້ງວ່າ: ສອງ​ຝ່າຍ​ເຫັນ​ດີເປັນ​ເອກະສັນ​ໂດຍ​ຖື​ວ່າ: ວິ​ກິດ​ການ​ທີ່ນັບ​ມື້​ນັບ​ຮ້າຍ​ແຮງ​ຢູ່​ຊີຣີ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ “​ໄພ​ນາບ​ຂູ່​ນັບ​ມື້​ນັບ​ໄດ້​ເພີ່ມ​ທະວີ​ຂຶ້ນ​ສຳລັບ​ສັນຕິ​ພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ“.