ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມອະນຸກຳມະການເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

Chia sẻ
(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮຽກຮ້ອງໃຫ້ໜ່ວຍງານຮຽບຮຽງສືບຕໍ່ສ້າງຮ່າງບົດລາຍງານໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ກົມການເມືອງປະກອບຄຳເຫັນ, ຮັບໃຊ້ກອງປະຊຸມໃຫຍ່ອົງຄະນະພັກຂັ້ນຮາກຖານຢ່າງທັນການ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມອະນຸກຳມະການເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ (ພາບ: TTXVN)

ຕອນເຊົ້າວັນທີ 07 ກຸມພາ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຫົວໜ້າອະນຸກຳມະການເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປັນປະທານກອງປະຊຸມຂອງອະນຸກຳມະການ, ປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ກ່ອນທີ່ຍື່ນສະເໜີຕໍ່ກົມການເມືອງພິຈາລະນາຮັບຮອງເອົາ, ສົ່ງໃຫ້ກອງປະຊຸມໃຫຍ່ອົງຄະນະພັກຂັ້ນຮາກຖານປະກອບຄຳເຫັນຖືກຕາມແຜນການຢ່າງທັນການ.

        ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮຽກຮ້ອງໃຫ້ໜ່ວຍງານຮຽບຮຽງສືບຕໍ່ສ້າງຮ່າງບົດລາຍງານໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ກົມການເມືອງປະກອບຄຳເຫັນ, ຮັບໃຊ້ກອງປະຊຸມໃຫຍ່ອົງຄະນະພັກຂັ້ນຮາກຖານຢ່າງທັນການ; ພ້ອມທັງ ສືບຕໍ່ເສີມຂະຫຍາຍປະຊາທິປະໄຕ, ຮັບຟັງ, ເຄົາລົບຕໍ່ການປະກອບຄຳເຫັນ, ເລືອກເຟັ້ນເພື່ອຄົ້ນຄວ້າ, ເພີ່ມເຕີມ, ສ້າງຮ່າງເອກະສານໃຫ້ສຳເລັດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໃສ່ໃຈວ່າ: ໜ່ວຍງານຮຽບຮຽງຄວນຮັບຟັງ, ເຄົາລົບນັບຖື, ເສີມຂະຫຍາຍພູມປັນຍາຂອງບັນດານັກຊ່ຽວຊານ, ນັກວິທະຍາສາດທີ່ມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບແຕ່ລະຂົງເຂດໃຫ້ດີຢ່າງສຸດຂີດ.

ຕອບກັບ