ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ: ບັນດາຄວາມຊົງຈຳທີ່ດີງາມກ່ຽວກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ນັກຂ່າວ VOV ປະຈຳລາວ - ມີ້ບິ່ງ
Chia sẻ
(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ມີຄວາມເຂົ້າໃຈທິດສະດີຢ່າງເລິກເຊິ່ງ, ມີຫຼາຍບົດຮຽນຕົວຈິງກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ເຊິ່ງໄດ້ພິສຸດຢ່າງຈະແຈ້ງແລ້ວ.
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ: ບັນດາຄວາມຊົງຈຳທີ່ດີງາມກ່ຽວກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

ຕອນເຊົ້າວັນທີ 23 ກໍລະກົດ, ເມື່ອຕອບສຳພາດຕໍ່ສື່ມວນຊົນ ຫວຽດນາມ ປະຈຳ ລາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ໄດ້ແບ່ງປັນກ່ຽວກັບບັນດາຄວາມຊົມຈຳທີ່ດີງາມໃນການພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ນັກກອມມູນິດຈົ່ງຮັກພັກດີ, ການນຳດີເລີດຂອງ ຫວຽດນາມ ແຕ່ລະຄັ້ງ.

 ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ແບ່ງປັນວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ມີຄວາມເຂົ້າໃຈທິດສະດີຢ່າງເລິກເຊິ່ງ, ມີຫຼາຍບົດຮຽນຕົວຈິງກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ເຊິ່ງໄດ້ພິສຸດຢ່າງຈະແຈ້ງແລ້ວ.

ເສັ້ນທາງກ້າວຂຶ້ນສັງຄົມນິຍົມໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ສ້າງນັ້ນ, ແມ່ນເສັ້ນທາງກ້າວຂຶ້ນຍຸກສະໄໝໃໝ່ຂອງ ຫວຽດນາມ, ບັນດາປະເທດໃນໂລກ, ພັກກຳອຳນາດ ຫຼື ບໍ່ແມ່ນພັກກຳອຳນາດ ລ້ວນແຕ່ຄົ້ນຄວ້າ, ຮ່ຳຮຽນບັນດາບົດທິດສະດີຕົວຈິງເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຂຽນ.

(ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

ກ່ຽວກັບບັນດາຄວາມຊົງຈຳໃນການພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແຕ່ລະຄັ້ງໃນບັນດາການຢ້ຽມຢາມທາງການ ແລະ ບໍ່ເປັນທາງການນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ແບ່ງປັນວ່າ:

(ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

ປະຊາຊົນ ລາວ ບັນດາເຜົ່າຍາມໃດກໍ່ຈົດຈຳບັນດາຄຳເວົ້າຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ກໍ່ຍ້ອນບັນດາຄຳເວົ້ານັ້ນແມ່ນເລີ່ມມາຈາກດວງໃຈຂອງສະຫາຍ ຫງວຽນຝູຈ້ອງ, ພວກເຮົາແມ່ນເພື່ອນສະຫາຍ, ເປັນອ້າຍນ້ອງ, ແມ່ນເພື່ອນມິດທີ່ຫາຍາກ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລາວ - ຫວຽດນາມ ແມ່ນມີໜຶ່ງບໍ່ມີສອງໃນໂລກ.

ຕອບກັບ