ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຕ້ອນຮັບອະດີດນາຍົກລັດຖະມົນຕີ ອັງກິດ, ປະທານສະຖາບັນ TBI

Chia sẻ
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ແບ່ງປັນກັບທ່ານອະດີດນາຍົກລັດຖະມົນຕີ Tony Blair ຂໍ້ມູນຂ່າວຈຳນວນໜຶ່ງກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ
ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຕ້ອນຮັບອະດີດນາຍົກລັດຖະມົນຕີ ອັງກິດ, ປະທານສະຖາບັນ TBI - ảnh 1ທ່ານຮອງນາຍົກລັດຖະມົນຕີ  ເລມິງຄາຍ ຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ ອັງກິດ, ປະທານບໍລິຫານສະຖາບັນ Tony Blair
(ພາບ: TTXVN)

        ຕອນບ່າຍວັນທີ 16 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ, ພົບກັບທ່ານອະດີດນາຍົກລັດຖະມົນຕີ ອັງກິດ, ປະທານບໍລິຫານສະຖາບັນ Tony Blair ເພື່ອກ່ານປ່ຽນແປງທົ່ວໂລກ (TBI).

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ແບ່ງປັນກັບທ່ານອະດີດນາຍົກລັດຖະມົນຕີ Tony Blair ຂໍ້ມູນຂ່າວຈຳນວນໜຶ່ງກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນປີ 2023 ແລະ ໄຕມາດທີ 1 ປີ 2024; ທ່ານເນັ້ນໜັກວ່າ, ໃນສະພາບເສດຖະກິດ, ການເມືອງທົ່ວໂລກມີການຜັນແປສັບສົນທີ່ສຸດ, ຍາກທີ່ຈະຄາດຄະເນໄດ້, ເສດຖະກິດຂອງ ຫວຽດນາມ ຍັງບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ.

        ສ່ວນທ່ານ Tony Blair, ສະແດງຄວາມປະທັບໃຈຕໍ່ການເຕີບໂຕ ແລະ ການປ່ຽນແປງໃໝ່ຢ່າງແຮງຂອງ ຫວຽດນາມ, ພ້ອມທັງແບ່ງປັນຂໍ້ມູນຈຳນວນໜຶ່ງ ແລະ ສະເໜີແນະແນວຄິດກ່ຽວກັບການດຶງດູດການລົງທຶນ, ການເງິນ; ພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ; ນຳໃຊ້ປັນຍາປະດິດ; ກໍຄືການພັດທະນາຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານກໍ່ຢືນຢັນວ່າ, ຈະຮ່ວມເດີນທາງກັບ ຫວຽດນາມ ໃນໄລຍະຈະມາເຖິງ, ຢູ່ທັງ 3 ຂົງເຂດ: ການເງິນ, ພະລັງງານ, ເຕັກໂນໂລຊີ.

ຕອບກັບ