ທ່ານປະທານາທິບໍດີ ອາເມເນຍ Serzh Asrgsyan ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

Chia sẻ
ວັນ​ທີ 8/6, ທ່ານ​ປະທານາທິບໍ​ດີ ອາ​ເມ​ເນຍ Serzh Sargsyan ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang.
ທ່ານປະທານາທິບໍດີ ອາເມເນຍ Serzh Asrgsyan ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ປະທານາທິບໍ​ດີ ອາ​ເມ​ເນຍ Serzh Sargsyan
( ພາບ: arm-news.com )


( vovworld ) -   ວັນ​ທີ 8/6, ທ່ານ​ປະທານາທິບໍ​ດີ ອາ​ເມ​ເນຍ Serzh Sargsyan ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang. ​ຮ່ວມ​ເດີນທາງ​ພ້ອມ​ກັບ​ຄະນະ​ມີ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ Edward Nalbandian; ຫົວໜ້າ​ຫ້ອງການ​ປະທານາທິບໍດີ ທ່ານ Vigen Sargsyan,  ທ່ານ​​ເອກ​ອັກຄະ​ລັດຖະທູດ​ສ.ອາ​ເມ​ເນຍ ປະຈຳ​ຫວຽດນາມ Armen Sargsyan. ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ປະ​ທາ​ນາ​ທິບໍດີ​ສ.ອາ​ເມ​ເນຍ ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ການ​ຄ້າ ​ແລະ ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ມີ​ຄວາມ​ຕ້ອງການ ​ແລະ ຕ່າງຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດ, ​ແລກປ່ຽນ​ບາງ​ບັນຫາ​ພາກ​ພື້ນ ​ແລະ ສາກົນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​​ໃຈ. ຕາມ​ລາຍການ​ແລ້ວ, ​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ ​ເປັນເວລາ 1 ວັນ, ທ່ານ​ປະທານາທິບໍດີ​ອາ​ເມ​ເນຍ ​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ Truong Tan Sang, ​ໂອ້​ລົມ​ສົນທະນາ​ກັບ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ​ເຂົ້າ​ຢ້ຽມ​ຂໍ່ານັບທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong.