ທ່ານປະທານາທິບໍດີ ອາເມລິກາ ພ້ອມແລ້ວທີ່ຈະສືບຕໍ່ເຈລະຈາ ກັບ ສປປ.ເກົາຫຼີ

Chia sẻ
(VOVWORLD) -ທ່ານຜິດຫວັງທີ່ສຸດ ຖ້າຫາກບັນດາຂໍ້ມູນຂ່າວກ່ຽວກັບເລື່ອງ ພຽງຢາງ ສ້າງຖານຍິງລູກສອນໄຟຄືນໃໝ່ ແມ່ນຄວາມຈິງ

        ວັນທີ 7 ມີນາ, ທ່ານ John Bolton ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ ໄດ້ຖະແຫຼງວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ພ້ອມແລ້ວທີ່ຈະສືບຕໍ່ເຈລະຈາກັບ ສປປ.ເກົາຫຼີ ກ່ຽວກັບການປອດນິວເຄຼຍ, ແຕ່ທ່ານຜິດຫວັງທີ່ສຸດ ຖ້າຫາກບັນດາຂໍ້ມູນຂ່າວກ່ຽວກັບເລື່ອງ ພຽງຢາງ ສ້າງຖານຍິງລູກສອນໄຟຄືນໃໝ່ ແມ່ນຄວາມຈິງ. ກ່າວຄໍາເຫັນໃນການຕອບສໍາພາດຕໍ່ຊ່ອງໂທລະພາບ Fox News, ທ່ານ John Bolton ຊີ້ແຈ້ງວ່າ: “ທ່ານປະທານາທິບໍດີ ພ້ອມແລ້ວທີ່ຈະດໍາເນີນການເຈລະຈາ. ພວກຂ້າພະເຈົ້າ ຈະພິຈາລະນາວັນເວລາ ຫຼື ຮູບແບບດໍາເນີນການເຈລະຈາ ໃຫ້ປະສົບຜົນສໍາເລັດ”. ທ່ານ Bolton ກໍໃຫ້ຮູ້ວ່າ ຈຸດເວລານີ້ບໍ່ເໝາະສົມ ເພື່ອຕັດສິນກ່ຽວກັບຂໍ້ມູນຂ່າວ ທີ່ກ່ຽວຂ້ອງເຖິງບັນດາການເຄື່ອນໄຫວລູກສອນໄຟຂອງ ສປປ.ເກົາຫຼີ.

ຕອບກັບ