ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຈັດ​ການ​ຖະ​ແຫຼງ​ຂ່າວ ພາຍຫຼັງ​ກອງ​ປະ​ຊຸມ​ສຸດຍອດ ລັດ​ເຊຍ - ອາ​ຟະ​ລິ​ກາ

Chia sẻ
(VOVWORLD) - ພາຍຫຼັງເຮັດວຽກກັບບັນດາການນຳ ອາຟະລິກາ ເຊິ່ງພວມຢູ່ ຢ້ຽມຢາມ ລັດເຊຍ, ຕອນຄ່ຳວັນທີ 29 ກໍລະກົດ, ທ່ານນາຍົກລັດຖະມົນຕີການຕ່າງປະເທດ ລັດເຊຍ Vladimir Putin ໄດ້ຈັດການຖະແຫຼງຂ່າວ ແລະ ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຫຼາຍບັນຫາຮ້ອນເຮັ່ງຂອງກອງປະຊຸມສຸດຍອດ ລັດເຊຍ - ອາຟະລິກາ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຈັດ​ການ​ຖະ​ແຫຼງ​ຂ່າວ ພາຍຫຼັງ​ກອງ​ປະ​ຊຸມ​ສຸດຍອດ ລັດ​ເຊຍ - ອາ​ຟະ​ລິ​ກາ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Reuters)

ທີ່ການຖະແຫຼງຂ່າວ, ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ ລັດເຊຍ ບໍ່ປະຕິເສດບັນດາການເຈລະຈາສັນຕິພາບ ກັບ ຢູແກຼນ. ແຕ່ວ່າ ຍາກທີ່ຈະບັນລຸໄດ້ຄຳສັ່ງຢຸດຍິງ ໃນຂະນະ ຢູແກຼນ ຍັງສືບຕໍ່ມີການເຄື່ອນໄຫວບຸກໂຈມຕິ.  ການນຳ ລັດເຊຍ ໃຫ້ຮູ້ຕື່ມອີກວ່າ ປັດຈຸບັນ, ບັ້ນຮົບການທະຫານພິເສດຂອງ ລັດເຊຍ ຢູ່ ຢູແກູນ ຍັງດຳເນີນ ແລະ ບໍ່ມີການປ່ຽນແປງໃດໆທີ່ເຫັນໄດ້ຊັດ.

ກ່ຽວຂ້ອງເຖິງເລື່ອງ ລັດເຊຍ ຖອນຕົວບໍ່ເຂົ້າຮ່ວມຂໍ້ລິເລີ່ມທັນຍາພືດທະເລດຳ, ທ່ານ Vladimir Putin ຖືວ່າ ບັນດາປະເທດຝ່າຍຕາເວັນຕົກ ບໍ່ປະຕິບັດຄຳໝັ້ນສັນຍາ ແລະ ເລື່ອງຖອນຕົວອອກຈາກຂໍ້ຕົກລົງ ຈະເປັນປະໂຫຍດກວ່າສຳລັບວິສາຫະກິດ ລັດເຊຍ.

ຕອບກັບ