ທ່ານປະທານປະເທດເຈືອງເຕີ໋ນຊາງເລີ່ມຕົ້ນການຢ້ຽມຢາມປະເທດອາແຊກໄບຢານຢ່າງເປັນທາງການ

Chia sẻ
ໂດຍ​​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ສ.ອາ​ແຊກ​ໄບ​ຢານ Ilham Alive, ຕອນ​ຄຳ່​ວັນ​ທີ 13/5, ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ແລະ ພັນ​ລະ​ຍາ ພ້ອມດ້ວຍ​ຄະນະຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ໄປຮອດນະຄອນຫຼວງ Bacu ​ເລີ່​ມຕົ້ນ​ການ​ຢ້ຽ​ມຢາມ ສ.ອາ​ແຊກ​ໄບ​ຢານ ຢ່າງ​ເປັນ​ທາງ​ການ
ທ່ານປະທານປະເທດເຈືອງເຕີ໋ນຊາງເລີ່ມຕົ້ນການຢ້ຽມຢາມປະເທດອາແຊກໄບຢານຢ່າງເປັນທາງການ - ảnh 1
ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ແລະ ພັນ​ລະ​ຍາ ພ້ອມດ້ວຍ​ຄະນະ
ຜູ້​ແທນຂັ້ນ​ສູງເລີ່​ມຕົ້ນການ​ຢ້ຽ​ມຢາມ ສ.ອາ​ແຊກ​ໄບ​ຢານ ຢ່າງ​ເປັນ​ທາງ​ການ

(vovworld) – ​​ໂດຍ​​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ສ.ອາ​ແຊກ​ໄບ​ຢານ Ilham Alive, ຕອນ​ຄຳ່​ວັນ​ທີ 13/5, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ແລະ ພັນ​ລະ​ຍາ ພ້ອມດ້ວຍ​ຄະນະຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ໄປຮອດນະຄອນຫຼວງ Bacu ​ເລີ່​ມຕົ້ນ​ການ​ຢ້ຽ​ມຢາມ ສ.ອາ​ແຊກ​ໄບ​ຢານ ຢ່າງ​ເປັນ​ທາງ​ການ. ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ​ຢູ່​ສະໜາມ​ບິນຝ່າຍ ອາ​ແຊກ​ໄບ​ຢານ ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ທ່ານເອກ​ອັກຄະ​ລັດຖະທູດ ອາ​ແຊກ​ໄບ​ຢານ ປະຈຳ​ຢູ່ ຫວຽດນາມ. ສ່ວນຝ່າຍ ຫວຽດນາມ ມີ ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ, ບັນດາຜູ້​ຕາງໜ້າ​ພະນັກງານ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ ​ແລະ ຮຳ່ຮຽນ​ຢູ່ ອາ​ແຊກ​ໄບ​ຢານ. ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ ຂອງ​ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​​​ເຖິງ ອາ​ແຊກ​ໄບ​ຢານ ​ແນ​ໃສ່​ການປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບທີ່​ເປັນມູນ​ເຊື້ອ​ ​ແລະ ການຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດນາມ ກັບ ອາ​ແຊກ​ໄບ​ຢານ ​ ກວ່າ​ອີກ, ນຳ​ການ​ພົວພັນ​ເຂົ້າ​ສູ່ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ກວ່າ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ວັດທະນາ​ຖາວອນ ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

                                                                          ຮ່ວາງ​ຢຸງ, ນັກ​ຂ່າວ VOV