ທ່ານປະທານປະເທດເຈີນດ້າຍກວາງເປັນປະທານກອງປະຊຸມຄັ້ງທີ 6 ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ

Chia sẻ
(VOVWORLD) -ຜັນຂະຫຍາຍໂຄງການປະຕິບັດວຽກງານປີ 2018, ຕອນເຊົ້າວັນທີ 15 ກັນຍາ, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 6

ທ່ານປະທານປະເທດເຈີນດ້າຍກວາງເປັນປະທານກອງປະຊຸມຄັ້ງທີ 6 ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ - ảnh 1 ທ່ານປະທານປະເທດເຈີນດ້າຍກວາງເປັນປະທານກອງປະຊຸມ

ພາບ:vietnam+

ເພື່ອພິຈາລະນາ, ປຶກສາຫາລື, ໃຫ້ຄຳເຫັນໃສ່ໃບສະເຫນີຂອງຄະນະວຽກງານການເມືອງພາຍໃນສູນກາງກ່ຽວກັບເນື້ອໃນປັບປຸງ, ເພີ່ມເຕີມຂໍ້ກຳນົດກົດລະບຽບການເຮັດວຽກຂອງຄະນະຊີ້ນຳ ອາຍຸການ 2016 – 2021, ບົດລາຍງານຂອງຄະນະພັກການທະຫານສູນກາງກ່ຽວກັບການດັດປັບແຜນຮ່າງ “ປ່ຽນໃຫມ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາອົງການຕຸລາການໃນກອງທັບ”, ໃບສະເຫນີຂອງຄະນະພັກສານປະຊາຊົນສູງສຸດກ່ຽວກັບ “ແຜນຮ່າງ ປ່ຽນໃຫມ່, ເພີ່ມທະວີວຽກງານໄກ່ເກ່ຍ, ການໂອ້ລົມສົນທະນາໃນວິວັດການແກ້ໄຂບັນດາຄະດີແພ່ງ, ຄະດີບໍລິຫານ”. ທ່ານປະທານປະເທດ ເຈີນດ້າຍກວາງ, ຫົວຫນ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ເປັນປະທານກອງປະຊຸມ.

ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານປະທານປະເທດສະເຫນີ ຄະນະວຽກງານການເມືອງພາຍໃນສູນກາງ ແລະ ບັນດາອົງການກ່ຽວຂ້ອງ ເປັນເຈົ້າການສ້າງແຜນຮ່າງ, ບົດລາຍງານລວບລວມຄຳເຫັນຂອງບັນດາສະມາຊິກຄະນະຊີ້ນຳໃຫ້ຄົບຖ້ວນເພື່ອຄົ້ນຄວ້າ, ປັບປຸງ, ສ້າງເອກະສານໃຫ້ສົມບູນແບບ.

ຕອບກັບ