ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບປະທານາທິບໍດີ ມຽນມາ Thein Sein

Chia sẻ
ຕອນ​ບ່າຍ​ວັນ​ທີ 20/3, ພິທີ​ຕ້ອນຮັບ​ທ່ານປະທານາທິບໍດີ ມຽນມາ Thein Sein ຖືກ​ຈັດ​ຂຶ້ນຢ່າງ​ສົ​ມກຽດ​ຢູ່​ສຳນັກງານ​ປະທານຕາມພິທີການ​ສຳ​ຫຼັບປະ​ມຸກ​ລັດ​.

ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບປະທານາທິບໍດີ ມຽນມາ Thein Sein - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ
​ແລະ ປະທານາທິບໍດີ ມຽນມາ Thein Sein

( ພາບ: chinhphu.vn )


( vovworld ) - ​ໂດຍ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ວັນ​ທີ 20/3, ທ່ານ​ປະທານາ​ທິບໍດີມຽນມາ Thein Sein ພ້ອມກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນທາງ​ການ. ຕອນ​ບ່າຍ​ວັນ​ທີ 20/3, ພິທີ​ຕ້ອນຮັບ​ທ່ານປະທານາທິບໍດີມຽນມາ Thein Sein ຖືກ​ຈັດ​ຂຶ້ນຢ່າງ​ສົ​ມກຽດ​ຢູ່​ສຳນັກງານ​ປະທານຕາມພິທີການ​ສຳ​ຫຼັບປະ​ມຸກ​ລັດ​. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ Thein Sein. ທ່ານ​ປະທານ​ປະ​ເທດ​ໄດ້​ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ຂອງ​ສາ​ຍພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​.

“ ຫວຽດນາມ ​ຖື​​ເປັນ​ສຳຄັນສາຍ​ພົວພັນ​ຫຼາຍ​ດ້ານ​ກັບມຽນມາ. ພວກ​ຂ້າພະ​ເຈົ້າ​ກໍ​ຮັບ​ຮູ້​ໄດ້​ວ່າ ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ພວກ​ເຮົາ ​ແມ່ນ​ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ​ຈາກ​ບັນດາ​ການ​ນຳ​​ໃນ​ເມື່ອກອນ​ຂອງ​ສອງ​ປະ​ເທດ ​ແລະ ບັນດາ​ລຸ້ນ​ຕໍ່ໆ​ໄປ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ອັນ​ດີງາມ ​ແລະ ສອງ​ຝ່າຍ​ຍາມ​ໃດ​ກໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ​ໃນ​ຊຸມ​ເດືອນ​ປີ​ຜ່ານ​ມາ.”

ໃນ​ບັນຍາກາດ​ມິດຕະພາບ​ຈິງ​ໃຈ ​ແລະ ​ເປີດ​ອົກ​ເປີດ​ໃຈ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ Thein Sein ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລ​ະ ພາກ​ພື້ນ​ເຊິ່ງ 2 ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. 2 ຝ່າຍ​ຍັງ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກ່ວາ​ອີກ ​ເພື່ອ​ຊຸກຍູ້​ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ລະຫວ່າງ 2 ປະ​ເທດ ​ແລະ ພິ​ເສດ​ແມ່ນ​ການ​ຄົ້ນ​ຄ້ວາ​ກໍ່ສ້າງ​ເສັ້ນທາງ​ບົກ ຫວຽດນາມ - ລາວ - ມຽນມາ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​ແລກປ່ຽນ​ສິນຄ້າ​ລະຫວ່າງ 2 ປະ​ເທດ. ທັງ 2 ຝ່າຍ​ກໍ​ເຫັນ​ດີ​ເປັນ​ເອກະ​ພາບ​ຍູ້​ແຮງ​ການ​ຮ່ວມ​ມື​ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ຄື: ກະສິກຳ, ກໍ່ສ້າງ, ຄົມມະນາຄົມ​ຂົນ​ສົ່ງ, ​ໂທລະ​ຄົມ ​ແລະ ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. 2 ຝ່າຍ​ກໍ​ເປັນ​ເອກະ​ພາບ​ຈະ​ມີ​ການ​ຮ່ວມ​ມື​ທີ່​ດີ​ໃນ​ຂອບ​ເຂດ​ອາ​ຊຽນກໍ​ຄື​ອົງການ​ຈັດ​ຕັ້ງ​ພາກ​ພື້ນ​ ​ແລະ ສາກົນ. 2 ປະ​ເທດ​ມີ​ທັດສະນະ​ໃກ້​ຊິດ​ຕິດ​ແທດ​ນຳ​ກັນ, ປະສານ​ສົມທົບ ​ແລະ ສະໜັບສະໜູນ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ເປັນ​ປະຈຳ. ຫວຽດນາມ​ຢັ້ງຢືນ​ສະໜັບສະໜູນ ​ແລະ ​ເຊື່ອ​ໝັ້ນ​ວ່າ ມຽນມາ ຈະ​ປະຕິບັດ​ສຳ​ເລັດ​ບົດບາດ​ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2014.

​ແລະກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບທ່ານ​ປະທານາທິບໍດີ Thein Sein. ທ່ານ​ນາຍົກ​ລັດຖະມົນຕີ​ສະ​ເໜີ 2 ຝ່າຍ​ສືບ​ຕໍ່​ຮັກສາ​ກົນ​​ໄກ​ທາ​ບທາມ​ດ້ານ​ການ​ເມືອງ​ປະຈຳ​ປີ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ - ມຽນມາ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​​ໂຄງການ, ຂໍ້​ຕົກ​ລົງ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊິ່ງການ​ນຳ​ຂັ້ນສູງ 2 ປະ​ເທດ ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ.