ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບປະທານສານປະຊາຊົນສູງສຸດ ສປປ ລາວ

Chia sẻ
ຕອນ​ບ່າຍ​ວັນ​ທີ 25/12, ທີ່​ການ​ຕ້ອນຮັບ​ທ່ານ ຄຳ​ພັນ ສິດທິ​ດຳ​ພາ ປະ​ທານ​ສານ​ປະຊາຊົນ​ສູງ​ສຸດ ສປປ ລາວ ນຳ​ຫນ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂະ​ແຫນງ​ສານ ສປປ ລາວ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ທຸກ​ດ້ານ​ລະຫວ່າງ ສອງ​ປະ​ເທດ

ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບປະທານສານປະຊາຊົນສູງສຸດ ສປປ ລາວ - ảnh 1

ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງຕ້ອນຮັບ​ທ່ານ ຄຳ​ພັນ ສິດທິ​ດຳ​ພາ ປະ​ທານ​ສານ​ປະຊາຊົນ​ສູງ​ສຸດ ສປປ ລາວ
ພາບ: internet


(vovworld) - ຕອນ​ບ່າຍ​ວັນ​ທີ 25/12, ທີ່​ການ​ຕ້ອນຮັບ​ທ່ານ ຄຳ​ພັນ ສິດທິ​ດຳ​ພາ ປະ​ທານ​ສານ​ປະຊາຊົນ​ສູງ​ສຸດ ສປປ ລາວ ນຳ​ຫນ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂະ​ແຫນງ​ສານ ສປປ ລາວ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ທຸກ​ດ້ານ​ລະຫວ່າງ ສອງ​ປະ​ເທດ. ນີ້​ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ໝາກຜົນປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ 2012. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ປາດ​ຖະຫນາ​ຢາກ​ພະນັກງານ​ຂະ​ແຫນງ​ສານ​ສອງ​ປະ​ເທດ ຕ້ອງ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ເພື່ອ​ຕອບ​ສະ​ຫນອງ​ເງື່ອນ​ໄຂ​ໃຫມ່. ທ່ານ​ປະທານ​ປະ​ເທດສະ​ເຫ​ນີ​ໃຫ້​ສອງ​ຝ່າຍ ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ຫລາຍ​ກວ່າ​ອີກ ​ເປັນ​ຕົ້ນ​ແມ່ນ​ການ​ບຳລຸງ​ສ້າງຖັນ​ແຖວ​ພະນັກງານ​ພິພາກສາ, ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ພະນັກງານ​ສານ​ນັບ​ທັງ​ຂັ້ນ​ສູງ ​ແລະ ຂັ້ນ​ທ້ອງ​ຖິ່ນ. ຄຽງ​ຄູ່​ກັນ​ນັ້ນ ​ແຕ່ລະ​ປີ ຂະ​ແຫນງ​ສານ​ສອງ​ປະ​ເທດ ຄວນ​ຈັດການ​ສະຫລຸບ, ຖອດ​ຖອນ​ບົດຮຽນ​ເພື່ອ​ສົມທົບ​ກັນ​ປະຕິ​ບັດ​ວຽກ​ງານ​ສານ​ສອງ​ປະ​ເທດ​ເປັນ​ຢ່າງ​ດີກ​ວ່າ​​ເກົ່າ​ໃນ​ຊຸມ​ປີ​ຕໍ່​ໄປ.