ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີ WB ໜູນຊ່ວຍສ້າງບົດລາຍງານ ຫວຽດນາມ ປີ 2045

Vu Dung
Chia sẻ
(VOVWORLD) - ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ໄດ້ສະເໜີໃຫ້ WB ສືບຕໍ່ໜູນຊ່ວຍ ຫວຽດນາມ ສ້າງບົດລາຍງານ ຫວຽດນາມ ປີ 2045 ດ້ວຍວິໄສທັດພັດທະນາໄລຍະຍາວ, ໂດຍສະເພາະແມ່ນໃນສະພາບການໂລກ ແລະ ພາກພື້ນມີການປ່ຽນແປງ
ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີ WB ໜູນຊ່ວຍສ້າງບົດລາຍງານ ຫວຽດນາມ ປີ 2045 - ảnh 1ທ່ານ Axel Van Trotsenburg ແລະ ທ່ານ ຫງວຽນຊວນຟຸກ (ພາບ: Vũ Dũng/ VOV)

ຕອນເຊົ້າວັນທີ 19 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Axel Van Trotsenburg, ຜູ້ອຳນວຍການບໍລິຫານທະນາຄານໂລກ (WB). ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ໄດ້ສະເໜີໃຫ້ WB ສືບຕໍ່ໜູນຊ່ວຍ ຫວຽດນາມ ສ້າງບົດລາຍງານ ຫວຽດນາມ ປີ 2045 ດ້ວຍວິໄສທັດພັດທະນາໄລຍະຍາວ, ໂດຍສະເພາະແມ່ນໃນສະພາບການໂລກ ແລະ ພາກພື້ນມີການປ່ຽນແປງ, ການກະທົບຂອງໂຄວິດ - 19 ກໍ່ຄືບັນດາເປົ້າໝາຍພັດທະນາຂອງ ຫວຽດນາມ ຮອດປີ 2030 ແລະ ວິໄສທັດ 2045; ພ້ອມກັບ 3 ຂອດບຸກທະລຸສຳຄັນຂອງ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ, ລະບອບລະບຽບການຊ່ວຍໃຫ້ ຫວຽດນາມ ພັດທະນາໃນໄລຍະຈະມາເຖິງ. ຫວຽດນາມ ປາດຖະໜາວ່າ WB ຈະໜູນຊ່ວຍຮັບມືກັບສິ່ງທ້າທາຍພວມນາບຂູ່ເຖິງການທຳມາຫາກິນລ້ຽງຊີບ ຂອງປະຊາຊົນ ຫວຽດນາມ ຫຼາຍລ້ານຄົນ; ໜູນຊ່ວຍດ້ານເຕັກນິກ ແລະ ລົງທຶນໃນຂົງເຂດພະລັງງານຜະລິດຄືນໃໝ່ເພື່ອພັດທະນາພື້ນຖານເສດຖະກິດປອດກາກບອນ, ຍ້ອນວ່ານີ້ກໍ່ແມ່ນທ່າແຮງສະເພາະຂອງ ຫວຽດນາມ.

        ທ່ານ Axel Van Trotsenburg, ຜູ້ອຳນວຍການໃຫຍ່ WB ຢັ້ງຢືນວ່າ: WB ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ສ້າງບົດລາຍງານ ຫວຽດນາມ  2045 ແລະ ຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊອກຫາແຫຼ່ງກຳລັງທີ່ຈຳເປັນເພື່ອປະຕິບັດການຄົ້ນຄ້ວານີ້ ແລະ ຮ່ວມເດີນທາງກັບ ຫວຽດນາມ ຜັນຂະຫຍາຍບັນດາຂອດບຸກທະລຸ ກ່ຽວກັບພື້ນຖານໂຄງລ່າງ, ລະບອບ, ລະບຽບການ ແລະ ແຫຼ່ງຊັບພະຍາກອນມະນຸດ.

ຕອບກັບ