ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ຢ້ຽມ​ຢາມ ຝ​ລັ່ງ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 06 ພຶດສະພາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບການນຳ ຈີນ ແລະ ພັນລະຍາຢ່າງເປັນທາງການ.
ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ຢ້ຽມ​ຢາມ ຝ​ລັ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຝລັ່ງ  Gabriel Attal (ເບື້ອງຂວາມື)  ຕ້ອນຮັບທ່ານປະທານປະເທດ ຈີນ ສີຈີ້ນຜິງ (ເບື້ອງຊ້າຍມື) ຢູ່ສະໜາມບິນ Orly, ນະຄອນຫຼວງ ປາຣີ  (ພາບ:  AFP/TTXVN)

ຕອນຄ່ຳວັນທີ 05 ພຶດສະພາ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ເດີນທາງໄປຮອດນະຄອນຫຼວງ ປາຣີ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຝລັ່ງ ໃນລະຫວ່າງວັນທີ 6 – 7 ພຶດສະພາ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນ ຝລັ່ງ - ຈີນ ຄົບຮອບ 60 ປີ, ຊຸກຍູ້ການແກ້ໄຂບັນດາບັນຫາສາກົນທີ່ຮ້ອນເຮັ່ງ ເຊັ່ນ ການປະທະກັນຢູ່ ຢູແກຼນ, ວິກິດການຢູ່ຕາເວັນອອກກາງ ຫຼື ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ຝລັ່ງ, EU ກັບ ຈີນ.

        ຕາມແຜນການແລ້ວ, ຕອນເຊົ້າວັນທີ 06 ພຶດສະພາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບການນຳ ຈີນ ແລະ ພັນລະຍາຢ່າງເປັນທາງການ. ຫຼັງຈາກນັ້ນ, ການນຳ ຝລັ່ງ ແລະ ຈີນ ກໍ່ໄດ້ພົບປະເຈລະຈາກ່ຽວກັບບັນດາຫົວຂໍ້ສາກົນທີ່ເປັນບັນຫາຮ້ອນເຮັ່ງໃນປັດຈຸບັນ ໂດຍມີການເຂົ້າຮ່ວມຂອງທ່ານນາງປະທານຄະນະກຳມະການເອີຣົບ Ursula vonder Leyen.

        ຝລັ່ງແມ່ນປະເທດທຳອິດໃນການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄປຍັງ 3 ປະເທດເອີຣົບ (5 ພຶດສະພາ - 10 ພຶດສະພາ). ຫຼັງຈາກນັ້ນ, ການນຳ ຈີນ ຈະໄປຢ້ຽມຢາມ Serbia ແລະ Hungary.

ແມ້ງຮ່າ, ນັກຂ່າວ VOV ປະຈຳ ຝລັ່ງ

  

ຕອບກັບ