ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ໄທ ຈະ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ວັນ​ທີ 28 ມັງ​ກອນ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ ຈະຈັດການຂົນຂວາຍຫາສຽງເລືອກຕັ້ງຄັ້ງທຳອິດ ໃນຖານະເປັນສະມາຊິກຂອງພັກລວມໄທສ້າງຊາດ ໃນວັນທີ 28 ມັງກອນຢູ່ແຂວງ ຈຸມພອນ, ທາງໃຕ້ ໄທ.

ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ໄທ ຈະ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ວັນ​ທີ 28 ມັງ​ກອນ - ảnh 1ທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ ພ້ອມກັບສະມາຊິກຂອງພັກລວມໄທສ້າງຊາດ
(ພາບ: ThaiPBS.png)

ທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ ມີອິດທິພົນຊື່ສຽງຢູ່ເຂດພາກໃຕ້ໄທ. ດັ່ງນັ້ນ, ທ່ານ ປາຢຸດ ຈັນໂອຊາ ໄດ້ເລືອກເອົາ ແຂວງຈຸມພອນ ເພື່ອຈັດຕັ້ງການຂົນຂວາຍຫາສຽງເລືອກຕັ້ງຄັ້ງທຳອິດ ດ້ວຍຄວາມຫວັງຢາກປັບປຸງ ແລະ ເພີ່ມທະວີ ການສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງພາກໃຕ້ຕໍ່ ທ່ານ ກໍ່ຄືພັກລວມໄທ ສ້າງຊາດ ກ່ວາອີກ ກ່ອນການເລືອກຕັ້ງທົ່ວປະເທດ ທີ່ຄາດວ່າຈະດຳເນີນໃນວັນທີ 7 ພຶດສະພາຈະມາເຖິງ.

ໃນການກ່າວບັນລະບາຍຈະມາເຖິງ, ທ່ານ ປາຢຸດ ຈັນໂອຊາ ຈະເຕື້ອງເຖິງບັນດາແຜນນະໂຍບາຍ, ນະໂຍບາຍຫາສຽງເລືອກຕັ້ງສຳຄັນຂອງພັກເອກະພາດແຫ່ງຊາດ ໄທ ທີ່ການເລືອກຕັ້ງຈະມາເຖິງ. ທ່ານກໍ່ຮຽກຮ້ອງໃຫ້ຊາວໄທຈົ່ງສາມັກຄີກັນເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ພວມຕ້ອງປະເຊີນໜ້າ.

ຕອບກັບ