ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ອັງ​ກິດ ຕັດ​ສິນ​ໃຈ​ນຳ​ຮ່າງ​ກົດ​ໝາ​ຍ​ Rwanda ມາ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ

Chia sẻ
(VOVWORLD) - ລັດຖະບານ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ ເພື່ອນຳຮ່າງກົດໝາຍສະບັບດັ່ງກ່າວມາປຶກສາຫາລືຢູ່ທີ່ສະພາແຫ່ງຊາດ.
ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ອັງ​ກິດ ຕັດ​ສິນ​ໃຈ​ນຳ​ຮ່າງ​ກົດ​ໝາ​ຍ​ Rwanda ມາ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak (ພາບ: AFP/TTXVN)

ວັນທີ 19 ເມສາ, ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ຢັ້ງຢືນວ່າ ຈະນຳຮ່າງກົດໝາຍ Rwanda ສະເໜີຕໍ່ສະພາແຫ່ງຊາດ ເພື່ອປຶກສາຫາລື ແລະ ຮັບຮອງເອົາໃນວັນທີ 22 ເມສາ ຈະມາເຖິງ.

        ກ່າວຄຳເຫັນຕໍ່ວົງການສື່ມວນຊົນ, ທ່ານນາຍົກລັດຖະມົນຕີ Sunak ໃຫ້ຮູ້ວ່າ ລັດຖະບານ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ ເພື່ອນຳຮ່າງກົດໝາຍສະບັບດັ່ງກ່າວມາປຶກສາຫາລືຢູ່ທີ່ສະພາແຫ່ງຊາດ.

        ຮ່າງກົດໝາຍ Rwanda ໄດ້ຮັບການສ້າງຂຶ້ນດ້ວຍຈຸດປະສົງ ນຳສົ່ງຜູ້ທີ່ຂໍມາລີ້ໄພໄປ ອັງກິດ ໃນບັນດາເຮືອນ້ອຍລຳຈະຖືກເນລະເທດໄປຍັງ Rwanda ແລະ ຮ່າງກົດໝາຍດັ່ງກ່າວຖືກປະລາໄຊ ແລະ ປະສົບກັບສິ່ງທ້າທາຍຫຼາຍຢ່າງຈາກສານ, ກໍຄືການສົ່ງໄປສົ່ງມາລະຫວ່າງ ສະພາຕ່ຳ ແລະ ສະພາສູງ.

ຕອບກັບ