ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບຄູ່ຕຳແໜ່ງ Timor-Leste ແລະ ປະທານ WEF

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ຊົມເຊີຍ Timor-Leste ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43
ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບຄູ່ຕຳແໜ່ງ Timor-Leste ແລະ ປະທານ WEF - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ພົບປະກັບທ່ານນາຍົກລັດຖະມົນຕີ Timor-Leste, Xanana Gusmao)

       ຕອນບ່າຍວັນທີ 05 ກັນຍາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ Timor-Leste, Xanana Gusmao ແລະ ທ່ານປະທານເວທີປາໄສເສດຖະກິດໂລກ (WEF) Klaus Schwab.

          ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ Timor-Leste, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ຊົມເຊີຍ Timor-Leste ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43; ຢືນຢັນວ່າ ຫວຽດນາມ ຈະພ້ອມກັບບັນດາປະເທດສະມາຊິກ ອາຊຽນ ຕັ້ງໜ້າໜູນຊ່ວຍ Timor-Leste ໃນວິວັດທະນາການເຂົ້າເປັນສະມາຊິກ ອາຊຽນ ຢ່າງເປັນທາງການ. ສ່ວນທ່ານນາຍົກລັດຖະມົນຕີ Xanana Gusmao ຢືນຢັນວ່າ Timor-Leste ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນກັບ ຫວຽດນາມ.

          ກ່ຽວກັບການຮ່ວມມື 2 ຝ່າຍ, 2 ຝ່າຍໄດ້ເຫັນດີແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ໃນຕໍ່ໜ້າແມ່ນການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ Timor-Leste; ພ້ອມກັນນັ້ນ, ສຳເລັດການເຈລະຈາ ແລະ ລົງນາມໃນສັນຍາອາລັກຂາການລົງທຶນ 2 ຝ່າຍ ແລະ ໃຫ້ສັດຕະຍາບັນສັນຍາການຄ້າ 2 ຝ່າຍລະຫວ່າງ 2 ປະເທດໂດຍໄວ; ຂຸດຄົ້ນບັນດາຂົງເຂດການຮ່ວມມືຢ່າງມີປະສິດທິຜົນ…

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບຄູ່ຕຳແໜ່ງ Timor-Leste ແລະ ປະທານ WEF - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບທ່ານປະທານ WEF Klaus Schwab)

          ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານປະທານ WEF Klaus Schwab, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຢືນຢັນວ່າ ຈະສົມທົບກັບ WEF ເພື່ອຜັນຂະຫຍາຍ 6 ຂົງເຂດຮ່ວມມືໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ ຫວຽດນາມ ແລະ WEF ໄລຍະ 2023 – 2026 ຢ່າງມີປະສິດທິຜົນ, ລວມມີ: ການປ່ຽນແປງໃໝ່ໃນຂົງເຂດທັນຍາຫານ - ອາຫານ; ພັດທະນາທັກສະດ້ານນະວັດຕະກຳ ແລະ ການຫັນເປັນສີຂຽວ; ກຸ່ມອຸດສາຫະກຳມຸ່ງໄປເຖິງການປ່ອຍອາຍພິດລົງເປັນ 0…

          ສ່ວນທ່ານປະທານ WEF Klaus Schwab ຕີລາຄາສູງບັນດາຜົນງານຂອງການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນວິທີສຳຜັດກັບການຄຸ້ມຄອງເສດຖະກິດມະຫາພາກຢ່າງຮອບດ້ານ, ຊ່ວຍນຳພື້ນຖານເສດຖະກິດຜ່ານຜ່າບັນດາສິ່ງທ້າທາຍຂອງສະພາບການສາກົນ ແລະ ພາກພື້ນໃນປະຈຸບັນ. ທ່ານປະທານ WEF ກໍ່ເຊື້ອເຊີນທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເຂົ້າຮ່ວມກອງປະຊຸມ WEF Davos 2024.

ຕອບກັບ