ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈີງ ໄດ້ສິ້ນ​ສຸດ​ການ​ຢ້ຽ​ມ​ຢາມ ລຸ​ກ​ຊຳ​ບວກ, ໂຮນລັງ ແລະ ແບນ​ຊິກ ຢ່າງ​ເປັນ​ທາງ​ການ

Chia sẻ
(VOVWORLD) -ຕອນຄ່ຳວັນທີ 15 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈີງພ້ອມຄະນະຜູ້ແທນຂັ້ນສູງ ຂອງຫວຽດນາມ ໄດ້ເດີນທາງອອກຈາກ ລາຊະອານາຈັກ ແບນຊິກ, ສິ້ນສຸດການຢ້ຽມຢາມ ລາຊະອານາຈັກ ລຸກຊຳບວກ, ລາຊະອານາຈັກ ໂຮນລັງ ແລະ ລາຊະອານາຈັກ ແບນຊິກ ນັບແຕ່ວັນທີ 9-15 ທັນວາ 2022. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈີງ ໄດ້ສິ້ນ​ສຸດ​ການ​ຢ້ຽ​ມ​ຢາມ ລຸ​ກ​ຊຳ​ບວກ, ໂຮນລັງ ແລະ ແບນ​ຊິກ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມີງຈີງພ້ອມຄະນະຜູ້ແທນຂັ້ນສູງ ຂອງຫວຽດນາມ ສິ້ນສຸດການຢ້ຽມຢາມ  ລຸກຊຳບວກ, ໂຮນລັງ ແລະ  ແບນຊິກ ຢ່າງຈົບງາມ

ການເດີນທາງເຮັດວຽກໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸຫຼາຍໝາກຜົນພົ້ນເດັ່ນ. ການນຳບັນດາປະເທດ ສະໜັບສະໜູນການຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພາບເອີຣົບ (EU) (EVFTA) ຢ່າງຄົບຖ້ວນ, ມີປະສິດທິຜົນ, ແລະ ໄດ້ສະແດງຄວາມປາດຖະໜາວ່າ ໃຫ້ສັນຍາອາລັກຂາການລົງທຶນ ລະຫວ່າງ ຫວຽດນາມ ແລະ ເອີຮົບ (EVIPA) ໄດ້ຮັບການໃຫ້ສັດຕະຍາບັນໂດຍໄວເພື່ອຊຸກຍູ້ການລົງທຶນຂອງເອີຣົບ ເຂົ້າ ຫວຽດນາມ ໃຫ້ຫຼາຍກວ່າເກົ່າອີກ, ໂດຍສະເພາະແມ່ນໃນບັນດາຂົງເຂດໃໝ່, ເຕັກໂນໂລຊີສູງ, ຍຸດທະສາດ.

        ຫວຽດນາມ ໄດ້ຍາດແຍ່ງເອົາການຊຸກຍູ້ຮ່ວມມື ໃນບັນດາຂົງເຂດສາມປະເທດ ມີທ່າແຮງເພື່ອຮັບໃຊ້ບັນດາເປົ້າໝາຍຄວາມໝັ້ນຄົງ - ການພັດທະນາຂອງປະເທດຊາດ. ສຳລັບ ລຸກຊຳບວກ, ນັ້ນແມ່ນການເຊື່ອມຕ່ສຳພັດກັບແຫຼ່ງທຶນ ແລະ ການເງິນດ້ວຍເງື່ອນໄຂບູລິມະສິດ, ໂດຍສະເພາະແມ່ນການເງິນສີຂຽວ, ໂດຍຮັບຮອງເອົາການສ້າງຄູ່ຮ່ວມມືຍຸດທະສາດ ກ່ຽວກັບການເງິນສີຂຽວໂດຍໄວ. ສໍາລັບ ໂຮນລັງ ແລະ ແບນຊິກ ແມ່ນຍູ້ແຮງການຮ່ວມມື ກ່ຽວກັບການຫັນປ່ຽນດີຈີຕອນ, ປ່ຽນໃໝ່ຫົວຄິດປະດິດສ້າງ ແລະ ວິທະຍາສາດເຕັກໂນໂລຊີ, ສ້າງຕັ້ງບັນດາສູນເຕັກໂນໂລຊີສູງຕາມຮູບແບບສາມຝ່າຍ (ລັດຖະບານ, ສະຖາບັນຄົ້ນຄວ້າ, ວິສາຫະກິດ)

ຕອບກັບ