ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ເອີ​ລົບ (EC)

Chia sẻ
(VOVWORLD) -  ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສຳຄັນທີ່ສຸດໃນນະໂຍບາຍການຕ່າງປະເທດຂອງຕົນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ເອີ​ລົບ (EC) - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານ Valdis Dombrovski ຮອງປະທານຄະນະກຳມະການເອີລົບ (EC) (ພາບ: TTXVN)

ຕອນເຊົ້າວັນທີ 2 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Valdis Dombrovski ຮອງປະທານຄະນະກຳມະການເອີລົບ (EC) ທັງເປັນຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າ EU ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສຳຄັນທີ່ສຸດໃນນະໂຍບາຍການຕ່າງປະເທດຂອງຕົນ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງ ເລື່ອງ EU ຖືການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນໜຶ່ງໃນ 3 ຈຸດສຸມ ຂອງໂຄງການຮ່ວມມືກັບ ຫວຽດນາມ ໃນໄລຍະ 2021 – 2027, ທ່ານສະແດງຄວາມຂອບອົກຂອບໃຈ EU ເຊິ່ງສືບຕໍ່ໃຫ້ບຸລິມະສິດ ແລະ ສະຫງວນເງິນຊ່ວຍເຫຼືອຫຼ້າເປັນຈຳນວນ 210 ລ້ານ ເອີໂຣ ໃນໄລຍະ 2021 – 2024 ໃຫ້ແກ່ ຫວຽດນາມ.

ສ່ວນທ່ານ Valdis Dombrovski ໄດ້ຕີລາຄາວ່າ ຫວຽດນາມ ພວມກາຍເປັນໃຈກາງດຶງດູດການລົງທຶນຈາກຕ່າງປະເທດ. ທ່ານເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ EU ກໍ່ຄືບັນດາປະເທດສະມາຊິກ ແລະ ຢັ້ງຢືນຈະສືບຕໍ່ຊຸກຍູ້ການພົວພັນລະຫວ່າງ EU ແລະ ຫວຽດນາມ ໃນບັນດາຂົງເຂດ, ໃນນັ້ນມີບັນດາເນື້ອໃນເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ເຕື້ອງເຖິງ.

ຕອບກັບ