ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດ, ປຸງແຕ່ງແຜ່ນພິມວົງຈອນ PCB

Vũ Khuyên
Chia sẻ
(VOVWORLD) - ຕອນບ່າຍວັນທີ 13 ເມສາ, ໂດຍສືບຕໍ່ການປະຕິບັດງານຢູ່ແຂວງ ຮ່ວາບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດ, ປຸງແຕ່ງ PCB - ໄລຍະ 1 ໂດຍກຸ່ມບໍລິສັດ Meiko Electronics (ປະເທດ ຍີ່ປຸ່ນ)...
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດ, ປຸງແຕ່ງແຜ່ນພິມວົງຈອນ PCB - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດ, ປຸງແຕ່ງ PCB
 

                 ຕອນບ່າຍວັນທີ 13 ເມສາ, ໂດຍສືບຕໍ່ການປະຕິບັດງານຢູ່ແຂວງ ຮ່ວາບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງງານຜະລິດ, ປຸງແຕ່ງແຜ່ນພິມວົງຈອນ (PCB) - ໄລຍະ 1 ໂດຍກຸ່ມບໍລິສັດ Meiko Electronics (ປະເທດ ຍີ່ປຸ່ນ) ເປັນເຈົ້າພາບລົງທຶນ ຢູ່ເຂດອຸດສາຫະກຳ ຝັ່ງຊ້າຍຂອງແມ່ນ້ຳດາ, ນະຄອນ ຮວ່າບິ່ງ.

                   ໂຄງການຂອງ Meiko ພວມຜັນຂະຫຍາຍຢູ່ຮ່ວາບິ່ງ ແມ່ນໂຄງການທີ 5 ຂອງກຸ່ມບໍລິສັດ Meiko ຢູ່ ຫວຽດນາມ, ມີເງິນລົງທຶນ 200 ລ້ານໂດລາສະຫະລັດ ໃຫ້ແກ່ໂຮງງານເລກ 1 ແລະ 500 ລ້ານໂດລາສະຫະລັດ ໃຫ້ແກ່ໂຮງງານເລກ 2. ໂຄງການມີເວລາເຄື່ອນໄຫວ 50 ປີນັບແຕ່ວັນໄດ້ຮັບໃບອະນຸຍາດຈົດທະບຽນລົງທຶນຄັ້ງທີໜຶ່ງ. ກຸ່ມບໍລິສັດໄດ້ວາງແຜນການ: ແຕ່ໄຕມາດທີ II/2024 ຈະຜະລິດທົດລອງ, ຜະລິດທາງການ; ຈຳນວນແຮງງານຈະນຳໃຊ້ແມ່ນປະມານ 3.000 ຄົນ (ຮອດປີ 2030); ສົ່ງໃຫ້ງົບປະມານແຫ່ງລັດຈຳນວນເງິນປະມານ 8 ລ້ານໂດລາສະຫະລັດ/ປີ (ນັບແຕ່ປີ 2030).

                           ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ແຂວງ ຮ່ວາບິ່ງ ສ້າງເງື່ອນໄຂສະດວກໃຫ້ Meiko ລົງທຶນພັດທະນາ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ກຸ່ມບໍລິສັດ Meiko ປະຕິບັດໂຄງການໃຫ້ມີປະສິດທິຜົນ, ປອງດອງຜົນປະໂຫຍດລະຫວ່າງລັດ, ນັກລົງທຶນ ແລະ ປະຊາຊົນ.

          

ຕອບກັບ