ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ: ເຂດ​ ທາງ​ທິດຕາ​ເວັນ​ອອກພາກ​ໃຕ້​ ເພີ່ມ​ຄວາມ​ໄວ, ບຸກ​ທະ​ລຸ, ນຳ​ໜ້າ, ຮ່ວມ​ສຳ​ພັນ​ຢ່າງ​ແຫ​ນ້ນ​ແຟ້ນ, ​ມີ​ຄຸນ​ນະ​ພາບ ແລະ ​ປະ​ສິດ​ທິ​ຜົນ

Chia sẻ
(VOVWORLD) - ການປະຕິບັດສຳເລັດການວາງແຜນກຳນົດເຂດ ທາງທິດຕາເວັນອອກພາກໃຕ້ໃນຈຸດເວລານີ້ ມີຄວາມໝາຍສຳຄັນ ເພື່ອຫັນວິໄສທັດ, ທັດສະນະ, ເປົ້າໝາຍຢູ່ມະຕິວ່າດ້ວຍການພັດທະນາເຂດ ແລະ ວາງແຜນກຳນົດລະດັບຊາດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ: ເຂດ​ ທາງ​ທິດຕາ​ເວັນ​ອອກພາກ​ໃຕ້​ ເພີ່ມ​ຄວາມ​ໄວ, ບຸກ​ທະ​ລຸ, ນຳ​ໜ້າ, ຮ່ວມ​ສຳ​ພັນ​ຢ່າງ​ແຫ​ນ້ນ​ແຟ້ນ, ​ມີ​ຄຸນ​ນະ​ພາບ ແລະ ​ປະ​ສິດ​ທິ​ຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) 

ຕອນເຊົ້າວັນທີ 5 ພຶດສະພາ, ຢູ່ແຂວງ ໄຕນິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ປະທານສະພາປະສານງານເຂດ ທາງທິດຕາເວັນອອກພາກໃຕ້, ປະທານກອງປະຊຸມຄັ້ງທີ 3 ຂອງສະພາ. ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍການວາງແຜນກຳນົດເຂດທາງທິດຕາເວັນອອກ ພາກໃຕ້ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍທ່ານນາຍົກລັດຖະມົນຕີ ເຊັນອະນຸມັດໃນວັນທີ 4 ພຶດສະພາ.

ຕາມທ່ານນາຍົກລັດຖະມົນຕີແລ້ວ, ການປະຕິບັດສຳເລັດການວາງແຜນກຳນົດເຂດ ທາງທິດຕາເວັນອອກພາກໃຕ້ໃນຈຸດເວລານີ້ ມີຄວາມໝາຍສຳຄັນ ເພື່ອຫັນວິໄສທັດ, ທັດສະນະ, ເປົ້າໝາຍຢູ່ມະຕິວ່າດ້ວຍການພັດທະນາເຂດ ແລະ ວາງແຜນກຳນົດລະດັບຊາດ; ການຈັດວາງສະຖານທີ່ພັດທະນາບັນດາຂະແໜງແຫ່ງຊາດໃນບໍລິເວນເຂດ; ບັນດາໂຄງການມີລັກສະນະເຊື່ອມຕໍ່ສຳຄັນ ລະຫວ່າງແຂວງໃນເຂດ, ລະຫວ່າງເຂດ ແລະ ລະຫວ່າງຂະແໜງເປັນລະອຽດ…

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ທາງທິດຕາເວັນອອກພາກໃຕ້ຄວນເພີ່ມຄວາມໄວ, ບຸກທະລຸກ, ນຳໜ້າ, ມີການຮ່ວມສຳພັນຢ່າງໜ້ນແຟ້ນ, ມີຄຸນນະພາບ ແລະ ປະສິດທິຜົນ. ໃນນັ້ນ, ກົນໄກນະໂຍບາຍຕ້ອງສະດວກ, ປ່ຽນແປງໃໝ່, ທັນສະໄໝ, ພື້ນຖານໂຄງລ່າງຍຸດທະສາຕ້ອງມຸ່ງໄປເຖິງທັນສະໄໝ ໂດຍໄວ, ການຄຸ້ມຄອງຕ້ອງມີຄວາມສະຫຼາດ ເໝາະສົມກັບທ່າອ່ຽງພັດທະນາໃໝ່. ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຢ່າງສຸດຂີດ, ພັດທະນາ ທາງທິດຕາເວັນອອກພາກໃຕ້ໃຫ້ກາຍເປັນສູນ ເສດຖະກິດ ມີຄວາມຂະຫຍັນຂັນເຄື່ອນຂອງທົ່ວປະເທດ ແລະ ພາກພື້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງຖືມະນຸດເປັນໃຈກາງ, ເຈົ້າຂອງ; ຊອກຫາ ແລະ ຊຸກຍູ້ການພັດທະນາ ຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນ, ພົ້ນເດັ່ນ, ມີກາລະໂອກາດ, ທ່າໄດ້ປຽບໃນການແກ້ງແຍ້ງ, ດຶງດູດ, ຂຸດຄົ້ນ ແຫຼ່ງກຳລັງໃຫ້ແກ່ການພັດທະນາໂດຍໄວ, ຍືນຍົງ ຢ່າງມີປະສິດທິຜົນ, ຍົກສູງປະສິດທິຜົນໃນວຽກງານປະສານງານ, ພັດທະນາ ແລະ ຮ່ວມສຳພັນເຂດ…

ຕອບກັບ