ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ 3 ກຳ​ນົດ​ທິດ ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ກັບ GCC

Chia sẻ
(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີບົດກ່າວຄຳເຫັນສຳຄັນ, ໂດຍໄດ້ເນັ້ນໜັກເຖິງບັນດາບຸລິມະສິດ ເຊິ່ງສອງກຸ່ມຄວນປະຕິບັດ ເພື່ອຍົກລະດັບການພົວພັນໃນໄລຍະຈະມາເຖິງ. ໃນນັ້ນ, ທ່ານໄດ້ສະເໜີ 3 ກຳນົດທິດ ແນໃສ່ພັດທະນາການພົວພັນ ອາຊຽນ ແລະ GCC ໃນອະນາຄົດ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ 3 ກຳ​ນົດ​ທິດ ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ກັບ GCC - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຖ່າຍຮູບເປັນທີ່ລະນຶກ

ວັນທີ 20 ຕຸລາ, ກອງປະຊຸມສຸດຍອດຄັ້ງທຳອິດ ລະຫວ່າງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະພາຮ່ວມມືເຂດອ່າວເປີເຊຍ (GCC) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Riyadh ຂອງ ອາຣັບບີ ຊະອຸດິ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີບົດກ່າວຄຳເຫັນສຳຄັນ, ໂດຍໄດ້ເນັ້ນໜັກເຖິງບັນດາບຸລິມະສິດ ເຊິ່ງສອງກຸ່ມຄວນປະຕິບັດ ເພື່ອຍົກລະດັບການພົວພັນໃນໄລຍະຈະມາເຖິງ. ໃນນັ້ນ, ທ່ານໄດ້ສະເໜີ 3 ກຳນົດທິດ ແນໃສ່ພັດທະນາການພົວພັນ ອາຊຽນ ແລະ GCC ໃນອະນາຄົດ, ເຊິ່ງລວມມີ:

        ທີໜຶ່ງແມ່ນ, ອາຊຽນ ແລະ GCC ພ້ອມກັນສ້າງເງື່ອນໄຂສະດວກຫຼາຍກວ່າອີກ ເພື່ອໃຫ້ເສດຖະກິດ, ການຄ້າ ແລະ ການລົງທຶນກາຍເປັນເສົາຄ້ຳຫຼັກ, ເປັນກຳລັງໜູນເຊື່ອມຕໍ່ລະຫວ່າງສອງພາກພື້ນ. ໃນວິວັດທະນາການນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ອາຊຽນ ແລະ GCC ຕ້ອງໃຫ້ບຸລິມະສິດໃນການຮ່ວມມືພ້ອມກັນພັດທະນາເສດຖະກິດສີຂຽວ, ເສດຖະກິດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ພັດທະນາກະສິກຳແບບຍືນຍົງ, ຫັນປ່ຽນພະລັງງານ, ພ້ອມທັງຊຸກຍູ້ການເຊື່ອມຕໍ່ໃນ 3 ປະການ: ທີໜຶ່ງແມ່ນເຊື່ອມຕໍ່ມະນຸດ, ວັດທະນະທຳ, ແຮງງານ; ທີສອງແມ່ນເຊື່ອມຕໍ່ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ; ທີສາມແມ່ນການເຊື່ອມຕໍ່ກ່ຽວກັບໂຄງລ່າງ, ຜ່ານການລົງທຶນພື້ນຖານໂຄງລ່າງຍຸດທະສາດ.

        ທີສອງແມ່ນ, ຕ້ອງຫັນລະບອບລະບຽບການຮ່ວມມື ລະຫວ່າງ ອາຊຽນ - GCC ໂດຍໄວ ດ້ວຍບັນດາກົນໄກຮ່ວມມືເປັນປະຈຳ, ແທດຈິງ, ມີປະສິດທິຜົນໃນແຕ່ລະຂົງເຂດລະອຽດ.

        ທີສາມແມ່ນ, ເພີ່ມທະວີການຮ່ວມມືຫຼາຍຝ່າຍ ເພື່ອພ້ອມກັນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະຫຼຸບວ່າ ດ້ວຍທ່າແຮງເປັນບັນດາອົງການຈັດຕັ້ງລະດັບພາກພື້ນທີ່ປະສົບຜົນສຳເລັດ, ອາຊຽນ ແລະ GCC ຕ້ອງໜູນຊ່ວຍກັນ ເພື່ອເສີມຂະຫຍາຍບົດບາດເປັນໃຈກາງຂອງກັນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງ 2 ພາກພື້ນ ແລະ ໃນໂລກ.        

ຕອບກັບ