ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົ່ງວີດີໂອເຖິງກອງປະຊຸມສຸດຍອດສາກົນກ່ຽວກັບກິລາ ແລະ ການພັດທະນາແບບຍືນຍົງ

Chia sẻ
(VOVWORLD) - ລັດຖະບານ ຫວຽດນາມ ສະໜັບສະໜູນ ແລະ ສູ້ຊົນປະຕິບັດບັນດາເປົ້າໝາຍຂອງຂໍ້ຕົກລົງ ປາຣີ ເພື່ອກິລາ ແລະ ການພັດທະນາແບບຍືນຍົງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົ່ງວີດີໂອເຖິງກອງປະຊຸມສຸດຍອດສາກົນກ່ຽວກັບກິລາ ແລະ ການພັດທະນາແບບຍືນຍົງ - ảnh 1(ພາບປະກອບ: Kyodo/TTXVN)

        ກ່ອນງານມະຫາກຳກິລາ Olympic Paris 2024, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານປະທານຄະນະກຳມະການ Olympic ສາກົນ (IOC) Thomas Bach ໄດ້ຈັດກອງປະຊຸມສຸດຍອດສາກົນ “ກິລາ ແລະ ການພັດທະນາແບບຍືນຍົງ” ໃນວັນທີ 25 ກໍລະກົດ, ຢູ່ຫໍ Carrousel du Louvre, ປະເທດ ຝລັ່ງ. ເຫດການມີການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານ, ໃນນັ້ນ, ມີປະມຸດລັດຫຼາຍທ່ານ ແລະ ຜູ້ນຳລັດຖະບານ, ການນຳບັນດາອົງການຈັດຕັ້ງສາກົນ, ຜູ້ຕາງໜ້າບັນດາອົງການການເງິນ, ສັງຄົມ…

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ໄດ້ສົ່ງສານຜ່ານວີດິໂອ ມາເຫດການດັ່ງກ່າວ. ໃນນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ລັດຖະບານ ຫວຽດນາມ ສະໜັບສະໜູນ ແລະ ສູ້ຊົນປະຕິບັດບັນດາເປົ້າໝາຍຂອງຂໍ້ຕົກລົງ ປາຣີ ເພື່ອກິລາ ແລະ ການພັດທະນາແບບຍືນຍົງ, ສອດຄ່ອງກັບກຳລັງຄວາມສາມາດ, ແຫຼ່ງກຳລັງ, ກົດໝາຍ ແລະ ເປົ້າໝາຍພັດທະນາຂອງ ຫວຽດນາມ… ຫວຽດນາມ ໃຫ້ຄຳໝັ້ນສັນຍາເພື່ອໄວໜຸ່ມ, ກິລາ ແລະ ການພັດທະນາແບບຍືນຍົງ.

ຕອບກັບ