ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ພົບປະ 2 ຝ່າຍກັບນາຍົກລັດຖະມົນຕີ ກຳປູເຈຍ, ມາເລເຊຍ, ສິງກະໂປ

Chia sẻ
(VOVWORLD) - ຕອນບ່າຍວັນທີ 24 ເມສາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມການຳ ອາຊຽນ ຢູ່ ຈາກາກຕາ, ອິນໂດເນເຊຍ,  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ໄດ້ມີການພົບປະ 2 ຝ່າຍກັບນາຍົກລັດຖະມົນຕີບັນດາປະເທດ: ສິງກະໂປ, ມາເລເຊຍ ແລະ ກຳປູເຈຍ.
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ພົບປະ 2 ຝ່າຍກັບນາຍົກລັດຖະມົນຕີ ກຳປູເຈຍ, ມາເລເຊຍ, ສິງກະໂປ - ảnh 1ທ່ານ ຟ້າມມີງຈິ໊ງ ແລະ ທ່ານ Hun Sen

ທີ່ການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen, 2 ຝ່າຍໄດ້ຢັ້ງຢືນວ່າ ຫວຽດນາມ ແລະ ກຳປູເຈຍ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມຸນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ພົບປະ 2 ຝ່າຍກັບນາຍົກລັດຖະມົນຕີ ກຳປູເຈຍ, ມາເລເຊຍ, ສິງກະໂປ - ảnh 2ການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ; 2 ປະເທດຄວນສືບຕໍ່ນຳການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່.

ແລະກໍ່ໃນວັນດຽວກັນ, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Muhiyiddin Yassin, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ໄດ້ຢັ້ງຢືນວ່າ ຈະປັບປຸງ, ພັດທະນາການພົວພັນຮ່ວມມືກັບ ມາເລເຊຍ ຢ່າງບໍ່ຢຸດຢັ້ງ ນັບທັງໃນຂອບເຂດ 2 ຝ່າຍ ແລະ ຫລາຍຝ່າຍ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ພົບປະ 2 ຝ່າຍກັບນາຍົກລັດຖະມົນຕີ ກຳປູເຈຍ, ມາເລເຊຍ, ສິງກະໂປ - ảnh 3ການພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Muhiyiddin Yassin

ແລະກໍ່ໃນຕອບບ່າຍວັນທີ 24 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ໄດ້ພົບປະກັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi, ຫົວໜ້າບັນດາຄະນະຜູ້ແທນ ລາວ, ໄທ, ຟີລິບປີນ, ມຽນມາ…

ຕອບກັບ